ເສດຖະກິດໄທມີທ່າອຽງໄປໃນທາງດີແຕ່ຄວາມສາມາດພາຍໃນຍັງບໍ່ແຂງແຮງປານໃດ

2018-03-13 17:28:43 |ມາຈາກ: cri

  ວັນພຸດທີ່ຜ່ານມາ,ທະນາຄານກາງຂອງໄທໄດ້ເປີດເຜີຍບົດບັນທຶກກອງປະຊຸມນະໂຍບາຍຫຼ້າສຸດໂດຍສະແດງໃຫ້ເຫັນວ່າ,ເສດຖະກິດໄທໄດ້ຮັບພະລັງແຮງຕື່ມອີກຍ້ອນຄວາມຕ້ອງການຂອງພາຍນອກ,ແຕ່ຄວາມຕ້ອງການພາຍໃນຍັງບໍ່ແຂງແຮງປານໃດ,ຕ້ອງຟື້ນຟູການເຄື່ອນໄຫວເສດຖະກິດດ້ວຍການຮັກສານະໂຍບາຍເງິນຕາທີ່ຜ່ອນຍານ.

  ທະນາຄານກາງຂອງໄທຄາດຄະເນວ່າ,ຈັງຫວະການເຕີບໂຕທາງເສດຖະກິດໃນປີນີ້ຈະຢູ່ໃນລະດັບ3,9%,ເທົ່າກັບລະດັບປີກາຍເຊິ່ງເປັນຈັງຫວະເຕີບໂຕທີ່ໄວທີ່ສຸດໃນຮອບ5ປີມານີ້.

  ນັກວິເຄາະເສດຖະກິດສ່ວນຫຼາຍຄາດຄະເນວ່າໃນຫຼາຍເດືອນຕໍ່ໜ້າຂອງປີນີ້ອັດຕາດອກເບ້ຍຂອງໄທຈະຮັກສາລະດັບເກົ່າ,ແຕ່ບາງຄົນຄາດວ່າໃນ6ດືອນທ້າຍປີນີ້ອາດຈະຍົກອັດຕາດອກເບ້ຍໃຫ້ສູງຂຶ້ນ.