ກອງປະຊຸມແນະນຳຫົວຂໍ້ສະເພາະເລື່ອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງ

2018-03-13 17:39:01 |ມາຈາກ: cri

  ວັນທີ27ກຸມພານີ້,ທ່ານກົ່ວເຢ້ໂຈ່ວຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມແນະນຳຫົວຂໍ້ສະເພາະເລື່ອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານສີຈິ້ນຜິງຢູ່ນະຄອນຫຼວງມານິລາປະເທດຟິລິບປິນ.ທ່ານອະກິລິໂນປີເມນເຕວ3ປະທານສະພາສູງຟິລິບປິນ,ທ່ານປັນຕາເລນອານວາເຣັສປະທານສະພາຕ່ຳຟິລິບປິນແລະເຈົ້າໜ້າທີ່,ພະນັກງານອື່ນໆຂອງພັກພະລັງປະຊາຊົນປະຊາທິປະໄຕຟິລິບປິນກໍຄືສື່ມວນຊົນເກືອບ400ຄົນເຂົ້າຮ່ວມ.

  ໃນກອງປະຊຸມດັ່ງກ່າວ,ຄະນະຜູ້ແທນສູນກາງພັກກອມມູນິດຈີນໄດ້ອະທິບາຍເງື່ອນໄຂທາງຍຸກສະໄໝແລະຄວາມໝາຍຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານສີຈິ້ນຜິງແລະມອບປຶ້ມ"ຄຳເຫັນຂອງທ່ານສີຈິ້ນຜິງກ່ຽວກັບການບໍລິຫານລັດແລະການປົກຄອງປະເທດ" ສະບັບພາສາອັງກິດ600ຫົວໃຫ້ພັກພະລັງປະຊຊົນປະຊາທິປະໄຕຟິລິບປິນ.