ຜູ້ແທນສະພາປະຊາຊົນແຫ່ງຊາດແລະສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຈາກເຂດຮົງກົງ

2018-03-13 17:47:53 |ມາຈາກ: cri

  ວັນທີ1ມີນານີ້,ຜູ້ແທນສະພາປະຊາຊົນແຫ່ງຊາດແລະສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຈາກເຂດບໍລິຫານພິເສດຮົງກົງຈີນເກືອບ30ທ່ານໄດ້ຂີ່ລົດໄຟຄວາມໄວສູງຖ້ຽວG72ຈາກນະຄອນເຊີ່ນເຈີ້ນເດີນທາງໄປສູ່ນະຄອນຫຼວງປັກກິ່ງເພື່ອເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຄັ້ງທີ1ຊຸດທີ13ແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຄັ້ງທີ1ຊຸດທີ13ທີ່ຈະໄຂຂຶ້ນໃນໄວໆນີ້.





  ພວກທ່ານມີຄວາມເຫັນໂດຍທົ່ວໄປວ່າ,ລົດໄຟຄວາມໄວສູງບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ການສັນຈອນລະຫວ່າງຮົງກົງກັບແຜ່ນດິນໃຫຍ່ຈີນເທົ່ານັ້ນ,ຍັງຈະຊຸກຍູ້ການແລກປ່ຽນວັດທະນະທຳສັງຄົມລະຫວ່າງຮົງກົງກັບແຜ່ນດິນໃຫຍ່ຈີນແລະການພັດທະນາເສດຖະກິດຂອງຮົງກົງຢ່າງແຂງແຮງອີກດ້ວຍ,ບໍ່ວ່າໃນດ້ານສັງຄົມຫຼືດ້ານເສດຖະກິດ,ລ້ວນແຕ່ມີປະສິດທິຜົນໃຫຍ່ຫຼວງຕໍ່ຮົງກົງແລະແຜ່ນດິນໃຫຍ່ຈີນ.