ຈີນຈະຮ່ວມກັບມາເລເຊຍ,ໄທແລະປະເທດອື່ນໆລົງເລິກການຮ່ວມມືໃນຂອບໜຶ່ງແລວໜຶ່ງເສັ້ນທາງ

2018-03-13 17:56:06 |ມາຈາກ: cri

  ໃນກອງປະຊຸມຂ່າວປະຈຳທີ່ໄຂຂຶ້ນໃນວັນທີ1ມີນານີ້ທ່ານນາງຮວ້າຊຸ່ນຢິງໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຈີນຈະຮ່ວມກັບມາເລເຊຍໄທແລະປະເທດອື່ນໆສືບຕໍ່ຍຶດຖືຫຼັກການປຶກສາຫາລືຮ່ວມກັນ,ສ້າງສາຮ່ວມກັນແລະຊົມໃຊ້ຜົນປະໂຫຍດນຳກັນເພື່ອລົງເລິກການຮ່ວມມືໃນຂອບໜຶ່ງແລວໜຶ່ງສັ້ນທາງ,ເປີດກວ້າງຜົນປະໂຫຍດຮ່ວມກັນ,ບັນລຸການພັດທະນາແລະຈະເລີນຮຸ່ງເຮືອງຮ່ວມກັນໃຫ້ດີກວ່າເກົ່າ.
  ທ່ານນາງຮວ້າຊຸນຢິງກ່າວວ່າ,ຫວ່າງມໍ່ໆນີ້;ທ່ານນາຈິບຕຸນຣາຊັກນາຍົກລັດຖະມົນຕີມາເລເຊຍໄດ້ສະແດງທ່າທີຢ່າງຕັ້ງໜ້າຕໍ່ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ,ນີ້ສະແດງໃຫ້ເຫັນວ່າຫຼາຍປະເທດໄດ້ຮູ້ສຶກເຖິງຄວາມໝາຍສຳຄັນຕໍ່ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງນັບມື້ນັບຫຼາຍຂຶ້ນ.
  ທ່ານນາງຮວ້າຊຸນຢິງກ່າວວ່າ,ເຊັ່ນດຽວກັນກັບມາເລເຊຍ,ປະເທດໄທກໍ່ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງຈີນແລະແມ່ນຄູ່ຮ່ວມມືສຳຄັນໃນການຊຸກຍູ້ການສ້າງສາໜຶ່ງແລວໜຶ່ງເສັ້ນທາງ.ໂຄງການຮ່ວມມືທາງລົດໄຟຈີນ-ໄທແມ່ນໂຄງການສຳຄັນທີ່ສຸດລະຫວ່າງສອງຝ່າຍໃນການສ້າງໜຶ່ງແລວໜຶ່ງເສັ້ນທາງແລະດຳເນີນການຮ່ວມມືດ້ານຄວາມສາມາດການຜະລິດ,ອັນໄດ້ສະແດງໃຫ້ເຫັນເຖິງນ້ຳໃຈທີ່ປຶກສາຫາລືຮ່ວມກັນ,ສ້າງສາຮ່ວມກັນແລະຊົມໃຊ້ຜົນປະໂຫຍດນຳກັນ,ຈະຍົກລະດັບການກໍ່ສ້າງພື້ນຖານໂຄງລ່າງແລະການເຊື່ອມຈອດກັນລະຫວ່າງໄທກັບພກາພື້ນແຫ່ງນີ້ໃຫ້ສູງຂຶ້ນຢ່າງບັງເກີດຜົນ,ຊຸກຍູ້ເສດຖະກິດໄທພັດທະນາແບບຍືນຍົງ.ຈີນແລະໄທຕັ້ງໜ້າລົງເລິກການເຊື່ອມຈອດກັນດ້ານຍຸດທະສາດພັດທະນາ,ຊຸກຍູ້ໃຫ້ໂຄງການຕ່າງໆເຊິ່ງລວມທັງທາງລົດໄຟຈີນ-ໄທກ້າວໄປໜ້າ,ບໍ່ພຽງແຕ່ຈະສ້າງຜົນປະໂຫຍດໃຫ້ແກ່ສອງປະເທດແລະປະຊາຊົນສອງປະເທດທໍ່ນັ້ນ,ຍັງມີຜົນດີຕໍ່ການຊຸກຍູ້ໃຫ້ພາກພື້ນແຫ່ງນີ້ພັດທະນາຮ່ວມກັນອີກດ້ວຍ.