ທູດຈີນປະຈຳລາວ: ຮັດແໜ້ນການຮ່ວມມືເພື່ອນຳເອົາຄວາມສຸກມາສູ່ປະຊາຊົນລາວ

2018-03-16 15:38:38 |ມາຈາກ: cri

  ວັນທີ 13 ມີນານີ້ ທີ່ສະຖານທູດ ສປຈີນ ປະຈຳ ສປປ ລາວ,ທ່ານ ຫວາງເວີນທ່ຽນ ເອກອັກຄະລັດຖະທູດ ສປຈີນປະຈຳ ສປປ ລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ-ຈີນວ່າ ,ຈີນຍິນດີຮັດແໜ້ນການຮ່ວມມືກັບລາວຊຸກຍູ້ໂຄງການຮ່ວມມື ຕ່າງໆໄດ້ຮັບການຈັດຕັ້ງປະຕິບັດແລະຮັບຜົນສຳເລັດໂດຍໄວເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນລາວ.

  ທ່ານ ຫວາງເວີນທ່ຽນ ກ່າວວ່າ, ໃນເດືອນພະຈິກ 2017 ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມຸນິດຈີນປະທານປະເທດຈີນ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ທາງລັດຖະກິດແລະປະສົບຜົນສຳເລັດຢ່າງຈົບງາມໂດຍການນໍາສອງປະເທດໄດ້ເຫັນດີເປັນເອກະພາບກັນລົງເລິກການພັດທະນາການຮ່ວມມືຈີນ-ລາວທັງນີ້ ລັດຖະບານຈີນໄດ້ປະກາດຢ່າງເປັນທາງການວ່າຈະຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ ໃນ 3 ປີຕໍ່ໜ້າ.

  ທ່ານ ຫວາງເວີນທ່ຽນ ກ່າວວ່າ, ການຊ່ວຍເຫຼືອດັ່ງກ່າວຈະເລີ່ມປະຕິບັດແຕ່ປີ 2018 ໂດຍຈະສຸມໃສ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ, ການຫຼຸດພົ້ນອອກຈາກຄວາມທຸກຍາກ, ສາທາລະນະສຸກ, ການສຶກສາ, ເຕັກໂນໂລຊີ, ພື້ນຖານໂຄງລ່າງ, ການຄ້າ ແລະກະສິກຳ, ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາຊັບພະຍາກອນມະມຸດ, ເຊິ່ງປະກອບມີ 8 ໂຄງການໃຫຍ່ໆໃນແຕ່ລະຂະ ແໜງການ ເປັນຕົ້ນແມ່ນໃຫ້100 ບ້ານ ທີ່ມີນ້ຳປະປາໃຊ້; ໃຫ້ 100 ບ້ານ ມີໄຟຟ້າຊົມໃຊ້; ໃຫ້ 100 ບ້ານມີສຸກສາລາໃນເຂດຊົນນະບົດ ແລະ ໃຫ້100 ບ້ານມີດີຈີຕອນ ແລະ ຍັງມີ 20 ໂຄງການສໍາລັບການສຶກສາທາງໄກພ້ອມນັ້ນ ຍັງມີໂຄງການຈັດຝຶກອົບຮົມຊັບພະຍາກອນສະເພາະກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ; ໂຄງການຍົກລະດັບການຮຽນ-ການສອນໃຫ້ແກ່ຄູໃນເຂດຊົນນະບົດ ສໍາລັບໂຄງການສຸດທ້າຍແມ່ນການສ້າງເວທີໃນອິນເຕີເນັດເພື່ອຊ່ວຍໃຫ້ຊາວກະສິກຳຢູ່ໃນຊົນນະບົດ ໃຫ້ສາມາດສົ່ງສິນຄ້າອອກຂາຍໄດ້ອີກ. ນອກນີ້ແລ້ວ ໃນໂຄງການນີ້ທັງສອງຝ່າຍຍັງໄດ້ເຫັນດີເຫັນພ້ອມ ໃຫ້ຝ່າຍຈີນຊ່ວຍເຫຼືອກໍ່ສ້າງໂຮງຮຽນ 10 ແຫ່ງຢູ່ລາວ. ປັດຈຸບັນການຈັດຕັ້ງປະຕິບັດທຶນດັ່ງກ່າວແມ່ນກຳລັງຢູ່ໃນຂັ້ນຕອນຂອງການປະສານສົມທົບກັບກະຊວງ ແລະພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະກິລາ, ກະຊວງຊັັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ,ຢ່າງໃດກໍດີຄາດວ່າຈະເລີ່ມຈັດຕັ້ງປະຕິບັດພາຍໃນປີ 2018 ນີ້.

  ໃນໄລຍະທ່ານສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມ ສປປ ລາວ, ການນຳສອງປະເທດຈີນ-ລາວໄດ້ເຫັນດີເປັນ ເອກະພາບກັນຊຸກຍູ້ການເຊື່ອມໂຍງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງຈີນກັບຍຸດທະສາດຂອງລາວກ່ຽວກັບການຫັນຈາກປະເທດທີ່ບໍ່ຕິດກັບທະເລກາຍເປັນປະເທດທີ່ເຊື່ອມຕໍ່ໃນອະນຸພາກພື້ນ ແລະຕັດສິນໃຈຈະຖືເອົາເສັ້ນທາງລົດໄຟລາວ-ຈີນເປັນພື້ນຖານຮ່ວມກັນສ້າງສາແລວທາງເສດຖະກິດຈີນ-ລາວ ທີ່ເລີ່ມຈາກແຂວງຢຸນນານຂອງຈີນມາຮອດພາກໃຕ້ຂອງລາວ.

  ທ່ານ ຫວາງເວີນທ່ຽນ ຊີ້ໃຫ້ເຫັນວ່າ, ການກໍ່ສ້າງແລວທາງເສດຖະກິດຈີນ-ລາວແທດເໝາະກັບຍຸດທະສາດແຫ່ງການພັດທະນາລະຫວ່າງສອງປະເທດ ເຊິ່ງຈະມີຜົນດີຕໍ່ການພັດທະນາເສດຖະກິດສັງຄົມ, ຍົກລະດັບທາງດ້ານຊີວິດການເປັນຢູ່ແລະ ຊຸກຍູ້ການຮ່ວມກັນພັດທະນາຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດທີ່ຢູ່ໃນພາກພື້ນນີ້.ທ່ານກ່າວວ່າ,ການຈັດຕັ້ງປະຕິບັດກໍ່ສ້າງຂອງແລວທາງເສດຖະກິດຈີນ-ລາວຈະສາມາດສະໜັບສະໜູນການຮ່ວມມືລະຫວ່າງແຂວງຍຸນໜານ ສປ ຈີນ ກັບ ປະເທດ ສປປ ລາວໃນດ້ານການຄົມມະນາຄົມຂົນສົ່ງ ພະລັງງານເສດຖະກິດການຄ້າແລະກໍ່ສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ການພັດທະນາກະສິກໍາຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກ, ການທ່ອງທ່ຽວ ແລະຍົກລະດັບຊີວິດການເປັນຢູ່. ສອງ, ຄວາມໝາຍພິເສດຊ່ວຍໃຫ້ປະເທດລາວສ້າງເປັນຈຸດເຊື່ອມຕໍ່ທີ່ສໍາຄັນໃນພາກພື້ນອາຊຽນກໍຄືໃນພາກພື້ນອາຊີ ແລະຈະສະໜັບສະໜູນປະເທດລາວບາງຈຸດຍຸດທະສາດຂອງລາວກ່ຽວກັບການຫັນຈາກປະເທດທີ່ບໍ່ຕິດກັບທະເລກາຍເປັນປະເທດທີ່ເຊື່ອມຕໍ່ໃນອະນຸພາກພື້ນ. ສາມ, ໃນເບິ່ງການຍາວນານການກໍ່ສ້າງແລວທາງເສດຖະກິດຈີນ-ລາວ, ລາວ-ຈີນຈະສ້າງພື້ນຖານທີ່ດີໃຫ້ແກ່ການກໍ່ສ້າງແລວທາງເສດຖະກິດລະຫວ່າງ 3 ປະເທດຄື: ຈີນ, ລາວ ແລະ ໄທໃນອານາຄົດ.ເຊິ່ງຈະມີບົດບາດອັນພິເສດໃນການໄປມາຫາສູ່ກັນລະຫວ່າງຈີນກັບບັນດາປະເທດຢູ່ໃນອາຊຽນແລະເປີດກວ້າງກາລະໂອກາດໃນດ້ານການຮ່ວມມືລະຫວ່າງຈີນກັບອາຊຽນ.

  ຂ່າວແຈ້ງວ່າ, ຢູ່ໃນ ສປປ ລາວບໍລິສັດເອັສເອັມອີ ກວມເອົາ 98%ຂອງບໍລິສັດທັງໝົດໃນລາວເຊິ່ງມີບົດບາດສຳຄັນໃນການປະດິດສ້າງໃໝ່ ແລະການສ້າງວຽກເຮັດງານທຳ, ເພີ່ມທະວີການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ.ໃນຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເອັສເອັມອີໃນ ສປປ ລາວສ່ວນຫຼາຍແມ່ນໄດ້ປະເຊີນກັບຂໍ້ທ້າທາຍນັ້ນຄືການສະສົມທຶນ ຫຼືຊອກຫາແຫຼ່ງທຶນຍາກ.ເພື່ອແກ້ໄຂບັນຫາເຫຼົ່ານີ້ ໃນເດືອນພະຈິກ ປີ 2017 ພາຍໃຕ້ການເປັນສັກຂີພິຍານຮ່ວມກັນຂອງທ່ານສີຈິນຜິງ ແລະທ່ານ ບຸນຍັງ ວໍລະຈິດ ທະນາຄານພັດທະນາແຫ່ງຊາດຈີນ ແລະທະນາຄານກາງແຫ່ງ ສປປລາວໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈເພື່ອນຳໃຊ້ການເງິນທຶນສະໜັບສະໜູນການພັດທະນາຂອງບໍລິສັດເອັສເອັມອີຂອງປະເທດລາວ.

  ທ່ານ ຫວາງເວີນທ່ຽນ ກ່າວວ່າ,ຈາກນີ້ບໍລິສັດເອັສເອັມອີໃນລາວຈະສາມາດຮັບທຶນສະໜັບສະໜູນຈາກທະນາຄານພັດທະນາແຫ່ງຊາດຈີນ. ຕາມເອກະສານລົງນາມນີ້ທະນາຄານພັດທະນາແຫ່ງຊາດຈີນຈະສຸມໃສ່ຢ່າງເຕັມສ່ວນໃຫ້ມີບົດບາດຢ່າງຕັ້ງໜ້ານຳໃຊ້ການເງິນທີ່ມີລັກສະນະເປີດກວ້າງແບບພັດທະນາໃນການກໍ່ສ້າງທ້ອງຕະຫຼາດ, ກໍ່ສ້າງສິນເຊື່ອແລະສະໜອງທຶນເພື່ອສະໜັບສະໜຸນການພັດທະນາເອັສເອັມອີຂອງລາວປະການທີໜຶ່ງກໍແມ່ນຜ່ານຮູບແບບປ່ອຍເງິນກູ້ແລະສະໜອງທຶນກູ້ຢືມທີ່ມີດອກເບ້ຍຕ່ຳທີ່ສຸດເພື່ອແກ້ໄຂບັນຫາການຊອກຫາແຫຼ່ງທຶນຍາກຂອງບັນດາເອັສເອັມອີໃນ ສປປ ລາວແລະປະການທີສອງແມ່ນຜ່ານການຊ່ວຍເຫຼືອເອັສເອັມອີຂອງລາວໃຫ້ພັດທະນາ, ສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມລາວ.

  ທ່ານຫວາງເວີນທ່ຽນ ກ່າວຕື່ມວ່າ,ສອງປະເທດຈີນ-ລາວພວມເປີດກວ້າງການແລກປ່ຽນຮ່ວມມືໃນຂົງເຂດວັດທະນະທຳໂດຍມາຮອດປີ2016, ນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນແລະສຶກສາຢູ່ປະເທດຈີນມີເຖິງ3416 ຄົນເຊິ່ງລາວເປັນໜຶ່ງໃນບັນດາປະເທດອາຊຽນທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນຫຼາຍທີ່ສຸດແລະ ຫຼັງຈາກນັກສຶກສາເຫຼົ່ານີ້ຈົບການສຶກສາກໍໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງລາວ.

  ທ່ານກ່າວວ່າ,ໃນໄລຍະທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ຢ້ຽມຢາມລາວ, ສອງ ປະເທດຈີນລາວໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດໂດຍໄດ້ວາງແຜນໃຫ້ແກ່ການຮ່ວມມືໃນຂົງເຂດດັ່ງກ່າວລະຫວ່າງສອງປະເທດ ແລະມີຜົນດີໃນການຈັດ ສັນແລະນຳໃຊ້ຊັບພະຍາກອນເພື່ອຕອບສະໜອງຄວາມຮຽງຮ້ອງຕ້ອງການຂອງທັງສູນກາງແລະທ້ອງຖິ່ນຂອງລາວ.ຈີນຍິນດີປະສານງານກັບລາວຈັດຕັ້ງປະຕິບັດເອກກະສານທີ່ກ່ຽວຂ້ອງໃຫ້ດີເພື່ອເພີ່ມທະວີການແລກປ່ຽນຮ່ວມມືໃນຂົງເຂດວັດທະນະທຳກັບລາວຮັດແໜ້ນພື້ນຖານສັງຄົມລະຫວ່າງສອງປະເທດ ແລະສ້າງບຸກຄະລາກອນໃຫ້ລາວໃນການພັດທະນາເສດຖະກິດສັງຄົມກໍຄືເຊື່ອມໂຍງເຂົ້າໃນປະຊາຄົມອາຊຽນ.