ປະທານເວທີສົນທະນາສື່ມວນຊົນຈີນ-ເນປານ ຢ້ຽມຢາມກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ

2018-03-16 16:57:37 |ມາຈາກ: ໜັງສືພິມຢຸນນານ

  ໃນວັນທີ15ເດືອນມີນາ,ທ່ານ ເຄີຊ້າວ, ປະທານບໍລິຫານຂອງຄະນະກຳມະການຂ່າວສານເນປານ ທັງເປັນປະທານເວທີສົນທະນາສື່ມວນຊົນຈີນ-ເນປານ ແລະທັງເປັນບັນນາທິການໃຫຍ່ຂອງ “ໜັງສືພິມລາຍສັບປະດາແຫ່ງຊາດ AshtarGardner” ໄດ້ຢ້ຽມຢາມກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ,ແລະໄດ້ສົນທະນາແລກປ່ຽນຄຳເຫັນກັບຜູ້ນຳທີ່ກ່ຽວຂ້ອງຂອງກຸ່ມບໍລິສັດ.

  ຜູ້ນຳທີ່ກ່ຽວຂ້ອງຂອງກຸ່ມບໍລິສັດໜັງສືພິມລາຍວັນຢຸນນານໄດ້ແນະນຳສະພາບທົ່ວໄປຂອງກຸ່ມບໍລິສັດ, ໄດ້ແນະນຳບາງຈຸດສຳຄັນສະພາບການຮ່ວມມືແລກປ່ຽນທາງດ້ານການເຜີຍແຜ່ຕໍ່ສາກົນຂອງກຸ່ມບໍລິສັດ, ໂດຍສະເພາະແມ່ນສະພາບການຮ່ວມມືກັບສື່ມວນຊົນເນປານ.

  "ຂ້າພະເຈົ້າໄດ້ມາຢຸນນານ 10ກ່ວາເທຶ່ອແລ້ວ, ເຂົ້າໃຈດີຕໍ່ຢຸນນານ, ລຶ້ງເຄີຍດີຕໍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ. ຂ້າພະເຈົ້າເຄີຍເຫັນວາລະສານຂ່າວສະເພາະ"ຢຸນນານ-ຈີນ"ຂອງພວກທ່ານທີ່ປະເທດມຽນມ້າ, ຄົນທ້ອງຖິ່ນມຽນມາ ກໍມີປະຕິກິລິຍາດີຕໍ່ມັນ." ທ່ານເຄີຊ້າວກ່າວວ່າດ້ວຍຄວາມຕື່ນເຕັ້ນແລະຍັງກ່າວຕື່ມວ່າ, ຈີນກັບເນປານເປັນປະເທດບ້ານໃກ້ເຮືອນຄຽງມິິດຕະພາບທີ່ຄ້າຍຄືອ້າຍນ້ອງກັນ,ເນປານແລະຢຸນນານ ລ້ວນແຕ່ມີທຳມະຊາດອຸດົມສົມບູນແລະວັດທະນະທໍາທີ່ຫຼາກຫຼາຍ, ມີສາຍພົວພັນມິດຕະພາບທີ່ດີນຳກັນມາໂດຍຕະຫຼອດ. ໃນເດືອນທັນວາປີກາຍນີ້,ວາລະສານຂ່າວສະເພາະ"ຢຸນນານ-ຈີນ"ສະບັບພາສາເນປານ ທີ່ຮ່ວມກັນເຮັດຂຶ້ນໂດຍໜັງສືພິມລາຍສັບປະດາແຫ່ງຊາດAshtarGardnerແລະກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ ໄດ້ພິມເຜີຍແຜ່ຢູ່ນະຄອນຫຼວງກັດມັນດູຂອງເນປານ, ທັງໄດ້ຈຳໜ່າຍໄປທົ່ວປະເທດເນປານ.ທ່ານເຄີຊ້າວເຫັນວ່າ, ການຮ່ວມມືກັນຂອງວາລະສານລາຍສັບປະດາຂອງເນປານ ແລະກຸ່ມບໍລິສັດໜັງສືພິມຢຸນນານ ໄດ້ກໍ່ສ້າງຂົວທີ່ດີ ທີ່ຈະຊ່ວຍເພີ້ມທະວີການຮ່ວມມືແລະຄວາມເຂົ້າອົກເຂົ້າໃຈນຳກັນຂອງສອງຝ່າຍ.

  ທ່ານເຄີຊ້າວກ່າວວ່າ, ວາລະສານຂ່າວສະເພາະ"ຢຸນນານ-ຈີນ"ແມ່ນປ່ອງຢ້ຽມປ່ອງໜຶ່ງທີ່ສະໜອງໃຫ້ຊາວເນປານຮັບຮູ້ເຂົ້າໃຈຈີນດີ, ໂດຍສະເພາະຕໍ່ຢຸນນານ. ປັດຈຸບັນນີ້ ເນປານຮຽກຮ້ອງຕ້ອງການຕໍ່ການພັດທະນາຫຼາຍ, ປວງຊົນເນປານມີຄວາມສົນໃຈຫຼາຍຕໍ່ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ມີຄວາມຫວັງວ່າ ວາລະສານຂ່າວສະເພາະ “ຢຸນນານ-ຈີນ” ຈະສະເໜີເລື່ອງລາວກ່ຽວກັບ “ໜຶ່ງແລວ ໜຶງເສັ້ນທາງ” ທີ່ຢຸນນານເຂົ້າຮ່ວມນັ້ນໃຫ້ຫຼາຍຂຶ້ນ, ສະເໜີຄວາມຄືບໜ້າຂອງການຮ່ວມມືລະຫວ່າງເນປານກັບຢຸນນານ ໃນດ້ານຕ່າງໆ ເປັນຕົ້ນແມ່ນດ້ານ ກະສິກຳ, ເສດຖະກິດການຄ້າ, ການສຶກສາ ແລະການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ.

  ນັກຂ່າວ:ຫຼີວຈືຢີ ຫານເສີນຢວນ; ຊ່າງພາບ:ຢາງເຈີງ