ທີ່ບ້ານມະຈີມີເມືອງຝູກົງແຂວງຢຸນນານ ເພິ່ມລາຍຮັບໃຫ້ສູງຂຶ້ນໂດຍການປູກໝາກແໜ່ງ (ເຄື່ອງເ

2018-03-16 17:39:00 |ມາຈາກ: ໜັງສືພິມຢຸນນານ

ຮູບນີ້ແມ່ນ ຊາວບ້ານກຳລັງປູກເບັ້ຍໝາກແໜ່ງ

  ມໍ່ໆມານີ້,ທີ່ບ້ານມະຈີມີເມືອງຝູກົງແຂວງຢຸນນານເຕັມໄປດ້ວຍບັນຍາກາດຟົດຟື້ນ. ຊາວບ້ານທັງຫຼາຍ ເຕົ້າໂຮມຢູ່ຫ້ອງການປົກຄອງບ້ານ, ສ້າງຕັ້ງສະມາຄົມຮ່ວມມືເຊິ່ງກັນແລະກັນ, ເຂົ້າຮ່ວມການຝຶກອົບຮົມເຕັກນິກການປູກໝາກແໜ່ງ(ເຄື່ອງເທດ), ຮັບເອົາເຄື່ອງຈັກຕັດຫຍ້າແລະເບ້ຍໝາກແໜ່ງ.

  ໃນຊຸມປີມໍ່ໆມານີ້,ກຸ່ມບໍລິສັດກິດຈະການໜັງສືພິມລາຍວັນຢຸນນານ, ຄະນະພັກແລະລັດຖະບານທຸກຂັ້ນ ປະສານສົມທົບກັບສະພາບຕົວຈິງຂອງບ້ານມະຈີມີທີ່ມີເນື້ອທີ່ດິນປ່າໄມ້ອັນກວ້າງຂວາງແລະດິນຄ້ອຍຊັນຈຳນວນຫຼາຍ, ໄດ້ຖືເອົາການປູກໝາກແໜ່ງເປັນມາດຕະການອັນສຳຄັນທີ່ມີຄຸນຄ່າເພື່ອຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກ, ປຸກລະດົມປວງຊົນທະຍອຍປູກຕົ້ນໝາກແໜ່ງໄດ້ 9500ມູ້,ໄດ້ອອກໝາກແລ້ວໃນເນື້ອທີ່ 4500ມູ້. ປີແລ້ວນີ້, ໝົດບ້ານມີລາຍຮັບນຳໝາຫແໜ່ງ 7,348 ລ້ານຢວນ,ລາຍໄດ້ສະເລ່ຍຕໍ່ຫົວຄົນຮອດ1ໝື່ນກ່ວາຢວນ. ໝາກແໜ່ງໄດ້ກາຍເປັນໝາກເງິນໝາກຄຳທີ່ທັງສາມາດປົກປັກຮັກສາສິ່ງແວດລ້ອມທັງສາມາດເພີ່ມລາຍຮັບສ້າງຄວາມຜາສຸກໃຫ້ຂອງຊາວບ້ານມະຈີມີ.
  ຫຼີເສົາຮວາ, ນັກຂ່າວ ໜັງສືພິມຢຸນນານ