ສະຖາບັນການສຶກສາຊັ້ນສູງຂອງແຂວງຢຸນນານໄດ້ເພີ່ມເຕີມວິຊາສະເພາະປະລິນຍາຕີຈຳນວນ136ວິຊາ

2018-03-27 16:36:46 |ມາຈາກ: Yunnan Gateway

  ຫວ່າງມໍ່ໆມານີ້, ກະຊວງສຶກສາທິການໄດ້ອອກຖະແຫຼງຂ່າວກ່ຽວກັບ "ແຈ້ງການກ່ຽວກັບຜົນການອະນຸມັດ ແລະ ຮ່າງແຜນການວິຊາສະເພາະປະລິນຍາຕີຂອງສະຖາບັນການສຶກສາຊັ້ນສູງທົ່ວໄປປະຈຳປີ 2017 ", ໄດ້ໃຫ້ສະຖາບັນການສຶກສາຊັ້ນສູງໃນເຂດຕ່າງໆຍື່ນຮ່າງແຜນການວິຊາສະເພາະຕໍ່ກະຊວງສຶກສາ,ພ້ອມດຽວກັນນັ້ນຍັງໄດ້ອະນຸຍາດໃຫ້ຈັດຕັ້ງສູນວິຊາສະເພາະທີ່ຄຸ້ມຄອງໂດຍປະເທດແລະລາຍຊື່ວິຊາສະເພາະໃໝ່ທີ່ຍັງບໍ່ທັນໄດ້ຈັດເຂົ້າໃນສາລະບານນຳດ້ວຍ.

  ໃນຮ່າງແຜນການເພີ່ມລາຍຊື່ິວິຊາສະເພາະປະລິນຍາຕີ ຈຳນວນ123ວິຊາຂອງ30ສະຖາບັນການສຶກສາຊັ້ນສູງຂອງແຂວງເຮົານີ້, ໄດ້ລວມເຖິງຂະແຫນງວິສະວະກໍາສາດ,ວັດທະນະທຳ, ວິທະຍາສາດ,ສຶກສາສາດ, ການບໍລິຫານ, ກະສິກຳ, ສິລະປະແລະອື່ນໆ.ນອກຈາກນີ້,ແຂວງເຮົາຍັງມີວິຊາສະເພາະປະລິນຍາຕີຈຳນວນ13ວິຊາຂອງສະຖາບັນການສຶກສາຊັ້ນສູງ10ແຫ່ງໄດ້ຢູ່ໃນລາຍຊື່ທີ່ອະນຸມັດອັນໃໝ່. ບາງວິຊາຂອງສະຖາບັນການສຶກສາຊັ້ນສູງບາງແຫ່ງໄດ້ປັບປຸງປະເພດການມອບຮັບປະລິນຍາແລະເວລາໃນການຮຽນ.ໃນປີ2017ແຂວງຢຸນນານໄດ້ມີສະຖາບັນການສຶກສາຊັ້ນສູງ 4ແຫ່ງ ທີ່ຂໍຮ້ອງຍົກເລີກວິຊາສະເພາະປະລິນຍາຕີຈຳນວນ14ວິຊາດ້ວຍຕົນເອງ,ວິຊາທີ່ຂໍຍົກເລີກເຫຼົ່ານີ້ຈະບໍ່ຮັບເອົານັກສຶກສາໃຫມ່ໃນປີຕໍ່ໄປ.

  (ນັກຂ່າວ:ເສີນຢີຊີ)