ທ່າເຮືອຕູ່ຫຼົງຂອງເມືອງເຫວີນຊານໄດ້ເປີດນຳໃຊ້ຢ່າງເປັນທາງການ

2018-03-27 16:44:12 |ມາຈາກ: Yunnan Gateway

  ນັກຂ່າວໄດ້ສຳພາດແລະຮັບຮູ້ຈາກກົມກວດຄົນຂາເຂົ້າຂາອອກເມືອງເຫວີນຊານວ່າ, ໃນວັນທີ26 ທ່າເຮືອຊາຍແດນຕູ່ຫຼົງຂອງເມືອງເຫວີນຊານ ປະເທດຈີນ- ຈິ່ງເມີນປະເທດຫວຽດນາມໄດ້ເປີດນຳໃຊ້ຢ່າງເປັນທາງການ.

  ທ່າເຮືອຕູ່ຫຼົງຕັ້ງຢູ່ເມືອງໝ້າກວນເຂດປົກຄອງຕົນເອງຂອງເຜົ່າມົ້ງແລະເຜົ່າຈ້ວາງເມືອງເຫວີນຊານ, ໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນມີນາປີ1954, ແລະປິດໃນປີ1974.ໃນວັນທີ12ເດືອນມັງກອນປີ2015, ສະພາແຫ່ງລັດສປຈີນໄດ້ອະນຸຍາດໃຫ້ທ່າເຮືອຊາຍແດນຕູ່ຫຼົງເປັນເສັ້ນທາງຂົນສົ່ງສິນຄ້າແລະເສັ້ນທາງໂດຍສານສາກົນທີ່ນຳໃຊ້ໄດ້ຕະຫລອດປີ.ໃນວັນທີ28ເດືອນກຸມພາປີ2017 ໄດ້ຖືກຮັບຮອງລ່ວງຫນ້າຂັ້ນແຂວງ,ແລະໃນວັນທີ9ເດືອນສິງຫາປີ2017ໄດ້ຖືກຮັບຮອງຂັ້ນປະເທດເປັນທີ່ຮຽບຮ້ອຍ. ໂຄງການທ່າເຮືອກວມເອົາເນື້ອທີ່ທັງໝົດ4ກິໂລຕາແມັດ, ປະກອບດ້ວຍເຂດບໍລິການກວດສອບຮ່ວມກັນ, ເຂດການຄ້າເສລີ, ເຂດບໍລິການສັງລວມ ເຂດປຸງແຕ່ງສິນຄ້າຂາເຂົ້າແລະຂາອອກ ແລະເຂດຂົນສົ່ງສິນຄ້າລວມເປັນຫ້າເຂດ.

  ເພື່ອຮັບປະກັນຄວາມປອດໄພແລະຄຸນະພາບຂອງສິນຄ້າຂາເຂົ້າຂາອອກທີ່ຜ່ານທ່າເຮືອ, ປ້ອງກັນພະຍາດແລະໂລກລະບາດຕ່າງໆທັງພາຍໃນແລະພາຍນອກ, ກົມຂາເຂົ້າຂາອອກເມືອງເຫວີນຊານໄດ້ປະຕິບັດມາດຖານກຳນົດຢ່າງເຂັ້ມງວດ,ແລະປະສານສົມທົບກັບລັດຖະບານເພື່ອຈັດຕັ້ງແຜນການຕ່າງໆໃຫ້ດີ; ກໍ່ສ້າງສິ່ງອໍານວຍຄວາມສະດວກພື້ນຖານ, ຈັດສັນອຸປະກອນອຳນວຍຄວາມສະດວກໃນການກວດສອບໃຫ້ເຫມາະສົມ; ນອກຈາກນັ້ນ, ຍັງຈະປະສານກັບຈຸດເດ່ນແລະຈຸດພິເສດການພັດທະນາການຄ້າຂອງທ່າເຮືອຕູ່ຫຼົງ, ຊຸກຍູ້ແລະເພີ່ມທະວີກຳລັງແຂ່ງຂັນທຸລະກິດຂອງຊາຍແດນໃຫ້ສູງຂຶ້ນກວ່າເກົ່າ.
  ນັກຂ່າວຂອງໜັງສືພິມລາຍວັນຢຸນນານ: ຫຼີວຈືຢູ