ສາຍການບິນຕົ່ງຫາງຂອງປະເທດຈີນນຳສະເໜີ“ຊຸດປີ້ຍົນ”ສຳລັບເຂດອາຊີອາຄະເນແລະເຂດອາຊີໃຕ້

2018-03-28 16:06:31 |ມາຈາກ: Yunnan Gateway

  ຫວ່າງມໍ່ໆມານີ້,ສາຍການບິນຕົ່ງຫາງຂອງປະເທດຈີນສາຂາແຂວງຢຸນນານໄດ້ນຳສະເໜີຊຸດປີ້ຍົນໄປກັບຫຼາຍຮອບໃນສະຖານທີ່ດຽວ, ຊຸດປີ້ໄປກັບຫລາຍຮອບໃນຫລາຍສະຖານທີ່ໃນຂອບເຂດອາຊີອາຄະເນແລະອາຊີໃຕ້,ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກທຸລະກິດທີ່ໄປກັບປະເທດດັ່ງກ່າວໃນຫລາຍໆຮອບ, ຫຼຸດຕົ້ນທຶນການເດີນທາງດ້ວຍຍົນລົງ ແລະຊຸກຍູ້ສົ່ງເສີມການກໍ່ສ້າງຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”ອີກດ້ວຍ.

  ຊຸມປີມານີ້,ການຮ່ວມມືແລະການແລກປ່ຽນລະຫວ່າງປະເທດຈີນກັບປະເທດອາຊີອາຄະເນ, ປະເທດອາຊີໃຕ້ນັບມື້ນັບຫຼາຍຂຶ້ນ, ເຊິ່ງຈຳນວນຜູ້ໂດຍສານທີ່ເດີນທາງຈາກຄຸນຫມິງໄປປະເທດດັ່ງກ່າວກໍໄດ້ເພີ່ມຂຶ້ນໄປພ້ອມໆກັນ.ຊຸດປີ້ຍົນນີ້ໄດ້ກວມລວມເຖິງ18ເມືອງຂອງປະເທດອາຊີອາຄະເນ,ເປັນຕົ້ນແມ່ນ: ກຸງເທບ, ວຽງຈັນ,ພະນົມເປັນ, ຮ່າໂນ້ຍແລະອື່ນໆ, ມີຊັ້ນທຸລະກິດແລະຊັ້ນທຳມະດາທີ່ສາມາດເລືອກໄດ້. ຜູ້ໂດຍສານມີພຽງແຕ່ເລືອກເວລາການເດີນທາງເທື່ອທຳອິດ,ຫລັງຈາກນັ້ນເວລາເດີນທາງທີ່ເຫຼືອກໍ່ສາມາດນຳໃຊ້ໄດ້ໃນປີດຽວກັນ,ຍິ່ງຊື້ປີ້ເປັນຊຸດຈຳນວນຫລາຍ, ລາຄາປີ້ຕໍ່ຊຸດຍິ່ງຖືກລົງ.ອອກເດີນທາງຈາກເມືອງຄຸນໝິງ, ຈຸດຫມາຍປາຍທາງສາມາດເປັນບ່ອນດຽວ ຫຼື ຫຼາຍບ່ອນໃນປະເທດດຽວ ຫຼື ຫຼາຍບ່ອນໃນຫຼາຍປະເທດກໍ່ໄດ້ໝົດ.ເມື່ອປຽບທຽບກັບການຊື້ແບບໄລຍະສັ້ນ ແລະຊື້ເທື່ອດຽວ“ຊຸດປີ້ຍົນ”ແມ່ນມີລາຄາທີ່ຖືກກວ່າແລະເວລາກຳນົດການນຳໃຊ້ທີ່ຍາວນານກວ່າ, ຍັງມີຄວາມສະດວກໃນການປະສົມປີ້ຫລາຍໆແບບເຂົ້ານຳກັນ.

 ນັກຂ່າວ:ຫູສຽວຢົງ