ສວນສາທິດດອກໄມ້ຂອງແຂວງຢຸນນານສ້າງສະພາບແວດລ້ອມທີ່ດີເພື່ອດຶງດູດນັກລົງທຶນ

2018-03-28 16:15:14 |ມາຈາກ: ໜັງສືພິມລາຍວັນຢຸນນານ

  ຮູບພາບດັ່ງກ່າວແມ່ນເຂດສວນທີ່ເປັນຖານການຜະລິດດອກໄມ້ຂອງບໍລິສັດສວນດອກໄມ້ ຫົງຈືຮວາຂອງເມືອງຄຸນໝິງ.

  ສວນສາທິດດອກໄມ້ຂອງແຂວງຢຸນນານເປັນສວນສາທິດທີ່ມີເຕັກນິກສູງໃນຂະແຫນງກະສິກຳທັນສະໄໝ, ທີ່ຖືເອົາການປູກດ້ວຍເຕັກນິກວິທະຍາສາດ, ການບົ່ມເພາະພືດ, ການປູກຝັງທີ່ບໍ່ຕ້ອງໃຊ້ດິນແລະການນຳໃຊ້ເຕັກນິກໃໝ່ອື່ນໆເປັນຕົວນຳພາ. ໂດຍການເອົາເມັດ, ເບ້ຍຕົ້ນໄມ້ແລະແກ່ນເປັນຫລັກ, ມີການນຳເອົາດອກໄມ້ຕັດສົດ, ດອກໄມ້ທີ່ປູກຢູ່ໃນໂຖ, ດອກໄມ້ແຫ້ງ, ຜັກອິນຊີ, ເຫັດທີ່ກິນໄດ້ແລະການຜະລິດອື່ນໆມາເພີ່ມເຕີມໃນສວນສາທິດ. ສວນນີ້ພະຍາຍາມກໍ່ສ້າງສະພາບແວດລ້ອມທີ່ດີເພື່ອດຶງດູດນັກລົງທຶນ,ມາເຖິງປັດຈຸບັນໄດ້ມີບໍລິສັດບໍເອີຂອງອາເມລິກາ, ອ່ານຈູຂອງໂຮນລັງ, ໄຮເສິງຂອງອັງກິດແລະວິສາຫະກິດອື່ນໆຈຳນວນທັງໝົດ63ແຫ່ງທັງພາຍໃນແລະຕ່າງປະເທດໄດ້ເຂົ້າມາຈັດຕັ້ງບໍລິສັດຂອງຕົນຢູ່ທີ່ນີ້ແລ້ວ. ໃນນັ້ນ,ມີວິສາຫະກິດທຶນຕ່າງປະເທດ12ແຫ່ງ,ຜົນຜະລິດດອກໄມ້ຕັດສົດໃນປີມີຈຳນວນ640ລ້ານຕົ້ນ,ດອກໄມ້ປູກໃນໂຖ 10ລ້ານໂຖຕໍ່ປີ,ຍອດມູນຄ່າຜະລິດຕະພັນ815ລ້ານຢວນ,ມູນຄ່າສົ່ງອອກ 45ລ້ານໂດລາຕໍ່ປີ,ໄດ້ສ້າງອາຊີບໃຫ້ໃຫ້ປະຊາຊົນເຂດອ້ອມຂ້າງປະມານ8000ຄົນ,ລາຍຮັບປະຈຳປີຂອງກະສິກອນ 200ລ້ານຢວນ.ດອກໄມ້ແລະຜັກອິນຊີຂອງສວນສາທິດນີ້ໄດ້ສົ່ງອອກໄປຈຳໜ່າຍເຖິງຕ່າງປະເທດແລະທ້ອງຖິ່ນຕ່າງໆກວ່າ10ປະເທດ, ເປັນຕົ້ນແມ່ນ ປະເທດຍີ່ປຸ່ນ, ເກົາຫຼີໃຕ້, ພາກຕາເວັນອອກແລະພາກກາງເອີລົບ ແລະອື່ນໆ.

  ນັກຂ່າວ:ຈ່າງຖົງ