ແຂວງຢຸນນານໄດ້ຈັດຕັ້ງຄະນະຢ້ຽມຢາມຕ່າງປະເທດເພື່ອດຶງດູດບຸກຄະລາກອນລະດັບສູງມາເຮັດວຽກຢູ່ຢຸນນານ

2018-04-02 16:50:20 |ມາຈາກ: Yunnan Gateway

  ເພື່ອເລັ່ງຊຸກຍູ້ການພັດທະນາຂອງວຽກງານການດຶງດູດບຸກຄະລາກອນລະດັບສູງຕ່າງປະເທດແລະຄວາມຮູ້ໃຫ້ໄວ, ຂະຫຍາຍສົ່ງເສີມຍຸດທະສາດ ແຂວງໃຫ້ເຂັ້ມແຂງດ້ວຍຊັບພະຍາກອນມະນຸດ, ກົມຮັບປະກັນສັງຄົມແລະຊັບພະຍາກອ ແຂວງໄດ້ຈັດຕັ້ງຄະນະກັບເຂດໃໝ່ພາກກາງຂອງແຂວງຢຸນນານແລະມະຫາວິທະຍາໄລວິທະຍາສາດຄຸນໝິງແລະຂະແໜງທີ່ກ່ຽວຂ້ອງໄດ້ຈັດຕັ້ງ"ຄະນະຜູ້ຕາງໜ້າຮັບສະຫມັກບຸກຄະລາກອນແຂວງຢຸນນານ" ໄດ້ເດີນທາງໄປນິວຢອກ, ລອສແອງເຈີລິສ, ຊິຄາໂກ້ຂອງອາເມລິກາແລະເມືອງອື່ນໆ,ແລະຈັດຕັ້ງກອງປະຊຸມຮັບສະຫມັກບຸກຄະລາກອນລະດັບສູງ,ເຊິ່ງໄດ້ບັນລຸໃນການຮັບສະຫມັກບຸກຄະລາກອນ 30ກວ່າຄົນ,ໄດ້ຮັບຊີວະປະຫວັດຫຍໍ້ຈຳນວນ167ສະບັບ.

  ກິດຈະກຳເທື່ອນີ້,ເປັນການເປີດປ່ອງຢ້ຽມໃຫ້ແກ່ບຸກຄະລາກອນຕ່າງປະເທດໄດ້ຮັບຮູ້ເຂົ້າໃຈສະພາບສັງຄົມ,ວັດທະນະທຳແຂວງຢຸນນານໂດຍກົງ.ສະມາຊິກທີ່ເຂົ້າຮ່ວມກິດຈະກຳໃນຄັ້ງນີ້ຍັງໄດ້ແນະນຳນະໂຍບາຍທີ່ສຳຄັນຄື "ວີທີປະຕິບັດ'ແຜນການພັນຄົນ'ຂອງແຂວງຢຸນນານ"ແລະ"ວີທີປະຕິບັດ'ແຜນການໝື່ນຄົນ'ຂອງແຂວງຢຸນນານ"ແລະນະໂຍບາຍທີ່ກ່ຽວຂ້ອງອື່ນໆ,ເຊິ່ງໄດ້ຮັບຄວາມສົນອົກສົນໃຈຈາກຫຼາຍຄົນ.

  ເພື່ອໃຫ້ການດຶງດູດບຸກຄະລາກອນໃນຄັ້ງນີ້ມີລັກສະນະທີ່ເຈາະຈົງ, ມີລັກສະນະທີ່ເປັນຜົນ. “ຄະນະຮັບສະຫມັກ”ນີ້ໄດ້ປະກອບມີຂະແໜງຢາສູບ, ຂະແຫນງພະລັງງານ, ໂລຫະ, ການຜະລິດແບບທັນສະໄໝ,ກະສິກຳທັນສະໄໝເຂດພູພຽງ, ສຸຂະພາບແລະການຢາ, ວັດທະນະທຳແລະທ່ອງທ່ຽວ, ວັດຖຸດິບໃຫມ່, ການການຈັດສົ່ງທີ່ທັນສະໄຫມ ແລະຂະແຫນງອື່ນໆທີ່ມີຄວາມຕ້ອງການໃນບຸກຄະລາກອນ. ຂໍ້ມູນຂ່າວສານຄວາມຕ້ອງການບຸກຄະລາກອນຈຳນວນປະມານ1000ກວ່າຕຳແໜ່ງໄດ້ຜ່ານການຖະແຫຼງໂດຍສື່ຂ່າວສານແລະເວັບໄຊ້ຕ່າງໆຂອງປະເທດອາເມລິກາ. ພ້ອມດຽວກັນນັ້ນ, ຜ່ານການຮັບສະຫມັກໃນສະຫນາມຕົວຈິງ, ກອງປະຊຸມຍັງໄດ້ເນັ້ນຫນັກແນະນຳສະຖານະການການປະກອບທຸລະກິດແລະບຸກຄະລາກອນຂອງແຂວງຢຸນນານ, ເຊິ່ງໄດ້ຮັບຄວາມສົນໃຈຂອງບັນດາບຸກຄະລາກອນແລະນັກວິຊາການຢ່າງຫລວງຫຼາຍ.

  ນັກຂ່າວ:ຫຼີ້ໄຮຈໍ