ແຂວງຢຸນນານ:ການບໍລິການທາງການເງິນທີ່ສະດວກແບບຊົມໃຊ້ຮ່ວມກັນ

2018-04-03 15:44:29 |ມາຈາກ: Yunnan Gateway

  ບອກລາການກົດບັດຄິວແລະຖ້າຄິວທີ່ໃຊ້ເວລາດົນ, ຢູ່ເທິງຕູ້ບໍລິການແບບອັດສະລິຍະ, ທ່ານນາງຫວາງ ທີ່ເປັນຊາວເມືອງຄຸນໝິງໄດ້ວາງບັດປະຈຳຕົວຂອງຕົນຢູ່ເຂດທີ່ກຳນົດໄວ້, ໂດຍຜ່ານເຕັກນິກການສະແກນໃບຫນ້າ, ທ່ານນາງຫວາງກໍ່ສຳເລັດໃນການແຈ້ງຍົກເລີກບັດແລະເຮັດບັດໃຫມ່.ລາວເວົ້າຢ່າງພໍໃຈວ່າ:“ຂັ້ນຕອນທັງໝົດນີ້ໃຊ້ເວລາສັ້ນໆພຽງແຕ່ຫ້ານາທີເທົ່ານັ້ນ, ເຕັກນິກສູງໄດ້ຊ່ວຍໃຫ້ຂ້ອຍລາຈາກກັບການລຽນແຖວທີ່ດົນນານ.”

  ການບໍລິການທາງການເງິນແບບອັດສະລິຍະໄດ້ເຮັດໃຫ້ປະຊາຊົນສາມາດໃຊ້ບໍລິການທາງການເງິນທີ່ສະດວກກວ່າ,ຍິ່ງໄດ້ເປັນເສັ້ນທາງຕົ້ນຕໍໃນການປະຕິຮູບໂຄງສ້າງການສະໜອງຄວາມຕ້ອງການຂອງການບໍລິການທາງການເງິນແຂວງຢຸນນານ, ເຊິ່ງເປັນການສະທ້ອນໃຫ້ເຫັນພາບຕໍ່ການຫັນໄປສູ່ການພັດທະນາທີ່ມີຄຸນນະພາບສູງ.

  ການເງິນແບບອັດສະລິຍະໄດ້ເຮັດໃຫ້ປາກົດການລຽນແຖວອັນຍາວນານຂອງທະນາຄານສິ້ນສຸດລົງ

  ທີ່ສາຂາໜຶ່ງຂອງທະນາຄານກໍ່ສ້າງແຫ່ງປະເທດຈີນ,ທີ່ຖະໜົນຊີຊາງນະຄອນຄຸນໝິງ,ນັກຂ່າວໄດ້ເຫັນຕູ້ບໍລິການອັດສະລິຍະທີ່ນາງຫວາງຍ້ອງຢູ່ນັ້ນກໍແມ່ນແຮງສະຫນັບສະຫນູນຈາກລະບົບເຕັກນິກອັນທັນສະໄຫມທີ່ທະນາຄານໄດ້ນຳໃຊ້ເພື່ອເຂົ້າສູ່“ຍຸກໃຫມ່”, ເປັນຫນຶ່ງໃນຕົວຢ່າງການຫັນທະນາຄານເຂົ້າສູ່ຮູບແບບອັດສະລິຍະ”.

  ທະນາຄານກໍ່ສ້າງແຫ່ງປະເທດຈີນສາຂາແຂວງຢຸນນານໄດ້ຕິດຕັ້ງຕູ້ບໍລິການແບບອັດສະລິຍະຈຳນວນ1600ໜ່ວຍທົ່ວແຂວງ, ບັນລຸການຕິດຕັ້ງກວມເອົາສາຂາທຸກແຫ່ງໄດ້100%,ຄວາມສາມາດໃນການບໍລິການກວມລວມເຖິງ10ກ່ວາປະເພດໃຫຍ່,ມີປຸ່ມເລືອກຄວາມສາມາດເກືອບ200ລາຍການ, ແລະສະໜັບສະໜູນຄົນໃຊ້ການບໍລິການການເງິນທີ່ບໍ່ເປັນເງິນສົດທາງຕູ້ບໍລິການ85%ຂຶ້ນໄປ, ເຊິ່ງໄດ້ເປີດໃບໜ້າໃໝ່ໃນການຊຸກຍູ້ການບໍລິການທາງການເງິນໂດຍການຫັນແບບດ້ວຍການເປີດຊ່ອງທາງໃຫມ່.`

  ການບໍລິການປະກັນໄພແບບອັດສະລິຍະໄດ້ເພີ່ມຄວາມໄວໃນການຊື້ແລະຈັດການເລື່ອງເງິນຊົດເຊີຍ

  ຫວ່າງມໍ່ໆມານີ້,ການບໍລິການລູກຄ້າແບບອັດສະລິຍະຂອງບໍລິສັດປະກັນໄພຜິງອ່ານໄດ້ມາເຖິງແຂວງຢຸນນານ.ຜູ້ຮັບຜິດຊອບສາຂາແຂວງຢຸນນານຂອງບໍລິສັດດັ່ງກ່າວໄດ້ແນະນຳວ່າ,ບໍລິສັດຮັບປະກັນໄພຜິງອ່ານມີໂຄງການບໍລິການທີ່ສາມາດສະໜອງໄດ້ກາຍ 300ໂຄງການ,ບໍລິສັດນີ້ໄດ້ຜ່ານການຄົ້ນຄວ້າເອງໂດຍນຳໃຊ້ເຕັກນິກAI ເຂົ້າສູ່ພາຍໃນການບໍລິການປະກັນໄພ, ໄດ້ກໍ່ສ້າງລະບົບບໍລິການໃນການຈຳແນກກິດຈະການ, ການກຳນົດຄວາມສ່ຽງ, ການບໍລິການດ້ວຍຕົນເອງແບບອອນລາຍ, ຮ້ານຢູ່ເທິງອິດເຕີເນັດ, ບັນລຸການຈັດການຂັ້ນຕອນທັງຫມົດແບບອັດສະລິຍະ, ການຄຸ້ມຄອງຢ່າງຖືກຕ້ອງຕໍ່ການປ່ຽນແປງຂອງລະບົບການບໍລິການອັດສະລິຍະ.