ການເລີ່ມເປີດນຳໃຊ້ສະຫນາມກວດສິນຄ້າແບບສະຖານີດຽວລະຫວ່າງຈີນ-ລາວ

2018-04-03 16:02:19 |ມາຈາກ: Yunnan Gateway

  ມໍ່ໆມານີ້່,ທີ່ເຂດເສດຖະກິດພິເສດເມືອງບໍ່ເຕັນປະເທດລາວ, ມີລົດບັນທຸກສິນຄ້າຄັນໃຫຍ່ຈຳນວນຫນຶ່ງທີ່ໄດ້ບັນທຸກໝາກໄມ້ເຕັມຄັນລົດແລ່ນເຂົ້າສູ່ສະຫນາມກວດສິນຄ້າທີ່ຫາກໍ່ເລີ່ມເປີດຂອງບໍລິສັດICDລາວສາກົນຈຳກັດ. ໃນມື້ນັ້ນ, ສະຫນາມກວດສິນຄ້າທີ່ເຕົ້າໂຮມການຂົນເຄື່ອງຂຶ້ນລົງແລະການແຈກຢາຍສິນຄ້າແຫ່ງນີ້ໄດ້ເລີ່ມເປີດນຳໃຊ້ຢ່າງເປັນທາງການ,ການຂົນສົ່ງ,ການໄວ້ສິນຄ້າແລະກິດຈະການຂົນສົ່ງຜ່ານຊາຍແດນອື່ນໆໃນເຂດຮ່ວມມືເສດຖະກິດລະຫວ່າງບໍ່ຫານ-ບໍ່ເຕັນຂອງວິສາຫະກິດລາວແລະຈີນນັ້ນຈະຍິ່ງສະດວກຂຶ້ນກວ່າເກົ່າ,ສາມາດປະຢັດເວລາຂົນສົ່ງໃຫ້ວິສາຫະກິດຈີນຢ່າງໜ້ອຍ 24ຊົ່ວໂມງຂຶ້ນໄປ.

  ຕາມການແນະນໍາໄດ້ຮັບຮູ້ວ່າ,ຄຽງຄູ່ກັບຈຳນວນຂອງການຂົນສົ່ງຂອງທາງຫຼວງລະຫວ່າງຄຸນໝິງກັບບາງກອກນັບມື້ນັບຫຼາຍຂຶ້ນ, ເຊິ່ງຄວາມຕ້ອງການຕໍ່ສູນກາງແຈກຢາຍສິນຄ້າໃນທຸລະກິດສາກົນກໍນັບມື້ນັບສູງຂຶ້ນເຊັ່ນດຽວກັນ.“ສະຫນາມກວດກາສິນຄ້າຂອງພວກເຮົາແມ່ນເປັນສູນກາງບໍລິການການເຕົ້າໂຮມແລະກະຈາຍສິນຄ້າ,ບໍ່ພຽງແຕ່ສາມາດຮັບເອົາແລະຂົນສົ່ງສິນຄ້າທີ່ຈາກປະເທດຈີນ,ລາວແລະໄທເທົ່ານັ້ນ,ຍັງສາມາດໃຫ້ບໍລິການຂົນສິນຄ້າຂຶ້ນແລະລົງ, ໃຫ້ບໍລິການສາງໄວ້ສິນຄ້າແລະແຈ້ງຕໍ່ດ່ານພາສີເປັນຕົ້ນ.”ໂດຍຜູ້ບໍລິຫານໃຫຍ່ຂອງບໍລິສັດICDລາວສາກົນຈຳກັດທ່ານທົນສະຫວັນ ສີຈັນທອງ ໄດ້ກ່າວວ່າ,ສະຫນາມນີ້ສາມາດສະໜອງການບໍລິການແບບສະຖານີດຽວໃຫ້ແກ່ສວ່ນຕົວແລະວິສາຫະກິດ.

  ອີງຕາມການແນະນໍາ,ດ່ານບໍ່ເຕັນແມ່ນດ່ານປະເພດຫນຶ່ງລະດັບຊາດຂອງລາວແຫ່ງດຽວລະຫວ່າງລາວແລະຈີນ,ກໍເປັນຈຸດຂົນສົ່ງອັນສຳຄັນຂອງທາງຫຼວງຄຸນໝິງ-ບາງກອກ, ເຊິ່ງມີລົດຈຳນວນຫລາຍຜ່ານແຕ່ລະມື້ເພື່ອສັນຈອນໄປມາລະຫວ່າງສອງປະເທດ.ຊຸມປີມານີ້ປະເທດລາວແລະຈີນໄດ້ເຊັນສັນຍາ “ແຜນການກວມລວມຮ່ວມກັນກໍ່ສ້າງເຂດຮ່ວມມືເສດຖະກິດບໍ່ເຕັນ-ບໍ່ຫານ ລາວ-ຈີນ”ແລະ“ແຜນການກວມລວມຮ່ວມກັນພັດທະນາເຂດເສດຖະກິດບໍ່ເຕັນ-ບໍ່ຫານ ລາວ-ຈີນ”,ສະຫນາມສິນຄ້າທີ່ເປີດນຳໃຊ້ຄັ້ງນີ້ໄດ້ກໍ່ສ້າງຕາມມາດຖານສາກົນແລະການພັດທະນາຂະແໜງການຂົນສົ່ງທີ່ທັນສະໄໝ, ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ການພັດທະນາຂອງທຸລະກິດການຄ້າລະຫວ່າງປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແລະສົ່ງເສີມບົດບາດໃນການຊຸກຍູ້ການພັດທະນາຂອງເສດຖະກິດລາວ.

  ນັກຂ່າວ ກວນສີລູຢີ(ເວັບໄຊYunnan Gateway)