ໝາກສະຕຣໍແບຣີ,ໝາກໂລໂຄທ,ໝາກແຊຣີ……ແຜນທີ່ເກັບກ່ຽວໃນເດືອນເມສາຂອງແຂວງຢຸນນານມາແລ້ວ!

2018-04-04 16:51:10 |ມາຈາກ: Yunnan Gateway

  ຢູ່ຢຸນນານ,ມີໝາກໄມ້ບໍ່ໜ້ອຍໄດ້ພາກັນສຸກງອມໃນລະດູບານໃໝ່ແລ້ວ!

  ເດືອນເມສາ,ມີໝາກໄມ້ຫຼາຍຊະນິດກໍເລີ່ມເຂົ້າສູ່ທ້ອງຕະຫຼາດແລ້ວ.

  ພວກເຮົາຮີບພາກັນໄປເກັບໝາກໄມ້ກັນເທາະ!

  ໝາກສະຕຣໍແບຣີ

  ໝາກສະຕຣໍແບຣີຖືເປັນໝາກໄມ້ທີ່ມີຄຸນຄ່າທາດບຳລຸງຫຼາຍ.

  ສາຖານທີ່ສາມາດເກັບໝາກສະຕຣໍແບຣີມີ:ສວນພື້ນຖານໝາກສະຕຣໍແບຣີຂອງຕາແສງໜານຢາງເມືອງຢີຫຼຽງ,ສວນໝາກສະຕຣໍແບຣີສາຍພີ່ນ້ອງ,ບ້ານຫຼູ້ໄຮ,ຕາແສງຊາຫຼາງ,ບ້ານຟູຊ້ານ,ຕາແສງສາມັກຄີ.

  ໝາກແຊຣີ

  ໝາກແຊຣີໄດ້ຮັບການຊົມຊອບຈາກແມ່ຍິງຫຼາຍ.

  ຫນ່ວຍໝາກແຊຣີທີ່ເມືອງຟູ້ໝິນທັງໃຫຍ່ທັງຫວານ,ສະຖານທີ່ທີ່ສາມາດເກັບ
ໝາກໂລໂຄທຄື:ບ້ານປີຈີກວ່ນເຂດຊີຊານ,ບ້ານຊິງຫຼົງຂອງເມືອງອ່ານໜິງ,ບ້ານສືຈ້ຽວຂອງເມືອງຟູ້ໝິງ,ຕ້າຊານຊ້າວຂອງເມືອງຊົ່ງໝິງ,ບ້ານຈີ້ນເສີງຂອງເມືອງຈີ້ນໜິງ,ໄຮມະລາງຂອງບ້ານຢາງຈົ່ງໄຮ,ເຂດການພັດທະນາເສດຖະກິດຄນະຄອນຄຸນໝິງແລະບ່ອນອື່ນໆ.

  ໝາກໂລໂຄທ

  ຮູບທາງນອກຂອງໝາກໂລໂຄທຄ້າຍຄືໝາກຈອງແລະໄດ້ມີປະຫວັດສາດຍາວເຖິງສອງພັນປີແລ້ວ. ໝາກໂລໂຄທຫວານອີ່ຫຼີ.

  ເກັບໝາກໂລໂຄທບໍ່ຕ້ອງຍ່າງໄປໄກເທື່ອ,ເມືອງສືຫຼີນແລະເມືອງຕົ່ງສວນກໍສາມາດເກັບໄດ້ແລ້ວ.