ເຜີຍແຜ່ຫຸ່ນຍົນລາດຕະເວນອັດສະລິຍະຂອງສະຖານີໝໍ້ແປງໄຟ

2018-04-04 16:57:37 |ມາຈາກ: cri

ໃນປັດຈຸບັນ,ຫຸ່ນຍົນລາດຕະເວນອັດສະລິຍະຂອງສະຖານີໝໍ້ແປງໄຟຫຸ່ນຍົນໂຕທຳອິດຂອງກົມສະໜອງໄຟຄຸນໝິງໄດ້ລົງທົດສອບປັບປຸງຢູ່ສະຖານີຊາວຟູທີ່ເປັນສະຖານີໝໍ້ແປງໄຟ500ກິໂລໂວນ.ຫຸ່ນຍົນລາດຕະເວນສາມາດບັນລຸການຖ່າຍຮູບໃນແສງທີ່ສາມາດເຫັນໄດ້,ການສະແກນທາງນອກ, ເຂັມທິດຂອງເຄື່ອງອຸປະກອນ,ເກັບກຳຂໍ້ມູນຂ່າວສານທັນເວລາແລະຍົກສູງການລາດຕະເວນມີໃຫ້ມີປະສິດທິພາບ.ໃນປີນີ້,ກົມສະໜອງໄຟຄຸນໝິງຈະຕິດຕັ້ງຫຸ່ນຍົນລາດຕະເວນແບບສະຖານີດຽວ7ໂຕທີ່ສະຖານີໝໍ້ແປງໄຟ7ແຫ່ງ,ຕິດຕັ້ງຫຸ່ນຍົນລາດຕະເວນແບບຫຼາຍສະຖານີທີ່ສູນລາດຕະເວນ7ແຫ່ງ,ແລະບັນລຸເປົ້າໝາຍໃນຈຳນວນວຽກງານຂອງການລາດຕະເວນແບບອັດຕະໂນມັດຫຼາຍກວ່າການລາດຕະເວນດ້ວຍຄົນ52%.
ນັກຂ່າວ :ຜູເມຫຼີງ(ໜັງສືພິມລາຍວັນຢຸນນານ)