ໃນວັນທີ7ລົດໄຟຢຸນນານໄດ້ຮັບຈຳນວນຜູ້ໂດຍສານທີ່ກັບຄືນໃນໄລຍະພັກຜ່ອນຂອງວັນເຊັງເມັ້ງຈຳນວນຫຼາຍທີ່ສຸດ ຄາດວ່າສົ່ງຜູ້ໂດຍສານເຖິງ 230.000ຄົນ

2018-04-08 17:06:11 |ມາຈາກ: Yunnan Gateway

  ນັກທ່ອງທ່ຽວພາກັນຍ່າງຂຶ້ນລົດໄຟຄວາມໄວສູງທີ່ຈະອອກເດີນທາງທີ່ສະຖານີລົດໄຟພາກໃຕ້ຂອງຄຸນໝິງ.ຮູບພາບໂດຍ ຈ່າງຮ້າວ
  ໃນວັນທີ7ເດືອນເມສາ, ກຸ່ມບໍລິສັດລົດໄຟແຫ່ງປະເທດຈີນສາຂາຄຸນໝິງ, ໄດ້ຮັບຈຳນວນຜູ້ໂດຍສານທີ່ກັບຄືນໃນໄລຍະພັກຜ່ອນຂອງວັນເຊັງເມັ້ງຈຳນວນຫຼາຍທີ່ສຸດ, ຄາດວ່າສົ່ງຜູ້ໂດຍສານເຖິງ230.000ຄົນ,ເຊິ່ງໄດ້ເພີ່ມຂຶ້ນ30%ຂຶ້ນໄປເມື່ອປຽບທຽບກັບໄລຍະດຽວກັນ.

  ຫຼັງຈາກກວດປີ້ແລ້ວ,ນັກໂດຍສານຍ່າງເຂົ້າສະຖານີຢ່າງໄວ. ຮູບພາບໂດຍ ຈ່າງຮ້າວ
  ເພື່ອຮັບມືກັບວັນທີ່ຈຳນວນຜູ້ໂດຍສານກັບຄືນຫຼາຍທີ່ສຸດ,ກົມຄຸນໝິງໄດ້ເພີ່ມຂະບວນລົດຂອງລົດໄຟຄວາມໄວສູງ6ຂະບວນທີ່ໄປທິດເມືອງຟູໜິງ,ຜູເຈີໄຮແລະເມືອງສີຈິ້ງ,ແລະຂະບວນລົດຂອງລົດໄຟຄວາມໄວສູງທີ່ເຊື່ອມກັນຈຳນວນ12ຂະບວນ.

  ຜູ້ໂດຍສານໄດ້ຂຶ້ນລົດຕາມລຳດັບ.ຮູບພາບໂດຍ ຈ່າງຮ້າວ
  ເພື່ອຮັບມືກັບວັນທີ່ຈຳນວນຜູ້ໂດຍສານກັບຄືນຫຼາຍທີ່ສຸດ,ນອກຈາກເປີດປ່ອງບໍລິການທີ່ຫ້ອງໂຖງຂາຍປີ້ຈຳນວນ24ແຫ່ງແລະປ່ອງເພີ່ມເຕີມທີ່ຢູ່ທາງຂ້າງຈຳນວນ4ແຫ່ງແລ້ວ,ຍັງໄດ້ເປີດປ່ອງຂາຍປີ້ຊົ່ວຄາວຈຳນວນ8ແຫ່ງທີ່ເຂດຂາຍປີ້ເບີສອງ,ເຊິ່ງໄດ້ອຳນວຍຄວາມສະດວກໃນການຊື້ແລະການຮັບປີ້ໃຫ້ແກ່ນັກທ່ອງທ່ຽວ.ສຳລັບຄວາມກົດດັນຂອງເສັ້ນທາງກວດກາທີ່ຜູ້ໂດຍສານເຂົ້າສະຖານີ,ສະຖານີລົດໄຟດັ່ງກ່າວໄດ້ຕິດຕັ້ງເສັ້ນທາງການກວດກາຊົ່ວຄາວແລະກວດກາປີ້ທີ່ປະຕູເຂົ້າສະຖານີແລະຫ້ອງລໍຖ້າລົດ, ເພື່ອຍົກຄວາມສາມາດການຜ່ານປະຕູຂອງຜູ້ໂດຍສານໃນເວລາທີ່ກຳນົດ.

  ຜູ້ໂດຍສານຂີ່ລິບອອກຈາກສະຖານີຕາມລຳດັບ.ຮູບພາບໂດຍ ຈ່າງຮ້າວ
  ນອກຈາກເປີດປ່ອງຂາຍປີ້,ເສັ້ນທາງກວດກາເຂົ້າສະຖານີແລະເສັ້ນທາງກວດກາເຄື່ອງໃຫ້ເຕັມສ່ວນແລ້ວ,ຍັງໄດ້ນຳໃຊ້ເສັ້ນທາງສີຂຽວທີ່ຢູ່ຂ້າງຈັກກວດປີ້ເພື່ອເປີດເສັ້ນທາງກວດປີ້ເພີ່ມ ເຊິ່ງໄດ້ຫຼຸດເວລາກວດປີ້ຂອງນັກທ່ອງທ່ຽວລົງ.