ຍອດເພີ່ມເຕີມຂອງເສດຖະກິດເອກະຊົນນະຄອນຄຸນໝິງເພີ່ມຂຶ້ນກາຍ227ຕື້ຢວນ

2018-04-08 17:32:25 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ນັກຂ່າວໄດ້ຮັບຮູ້ຈາກສະພາຮ່ວມທຸລະກິດອຸດສາຫະກຳການຄ້ານະຄອນຄຸນໝິງວ່າ,ໃນປີ2017,ຍອດເພີ່ມເຕີມຂອງເສດຖະກິດເອກະຊົນທົ່ວນະຄອນຄຸນໝິງໄດ້ເກີນ227,073ຕື້ຢວນ,ເຊິ່ງໄດ້ເພີ່ມຂຶ້ນ9,9%,ກວມເອົາເຖິງ46,7%ຂອງGDP,ເສດຖະກິດເອກະຊົນໄດ້ກາຍເປັນກຳລັງແຮງອັນສຳຄັນຂອງການພັດທະນາເສດຖະກິດອັນເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຕາມຂໍ້ມູນຂອງສະຖິຕິ,ໃນປີ2017,ຍອດເພີ່ມເຕີມຂອງເສດຖະກິດເອກະຊົນທົ່ວເມືອງມີເຖິງ227,073ຕື້ຢວນ,ເຊິ່ງໄດ້ເພີ່ມຂຶ້ນ9,9%,ກວມເອົາເຖິງ46,7%ຂອງGDP;ຈຳນວນວິສາຫະກິດເອກະຊົນມີເຖິງ64,7ໝື່ນແຫ່ງ,ເພີ່ມຂຶ້ນ14,9ໝື່ນແຫ່ງ, ເຊິ່ງໄດ້ເພີ່ມຂຶ້ນ40%.ເສດຖະກິດເອກະຊົນໄດ້ກາຍເປັນພື້ນຖານອັນສຳຄັນຂອງເສດຖະກິດທີ່ໝັ້ນຄົງ,ກາຍເປັນແຫລ່ງກຳເນີດອັນສຳຄັນຂອງລາຍຮັບພາສີຂອງຊາດ,ແລະແກ່ນສຳຄັນຂອງການປະດິດຄິດສ້າງໃໝ່ທາງເຕັກນິກ,ເປັນສິ່ງອາໄສອັນສຳຄັນຂອງການພັດທະນາການເງິນແລະກຳລັງແຮງອັນສຳຄັນຂອງການພັດທະນາເສດຖະກິດອັນເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ໃນປີນີ້,ອົງການອຸດສາຫະກຳແລະການຄ້າຂອງທົ່ວເມືອງໄດ້ປະຕິບັດຕາມນະໂຍບາຍແລະຫຼັກການທີ່ກ່ຽວຂ້ອງ,ຊຸກຍູ້ສົ່ງເສີມການກໍ່ຕັ້ງທຸລະກິດໃໝ່ຂອງປວງຊົນແລະການປະດິດຄິດສ້າງໃໝ່ທັງຫຼາຍ,ອຳນວຍຄວາມຊ່ວຍເຫຼືອໃຫ້ແກ່ຊາວຫນຸ່ມໃນການກໍ່ຕັ້ງທຸລະກິດໃໝ່,ໄດ້ຊ່ວຍຊຸກຍູ້ຄົນກໍ່ຕັ້ງທຸລະກິດໃໝ່ຈຳນວນ1500ຄົນໂດຍນະໂຍບາຍ“ຫຼຸດຄ່າພາສີອາກອນຂອງເງິນກູ້ຢືມແລະສະໜອງຄວາມຊ່ວນເຫຼືອທາງການເງິນ”ເປັນຕົ້ນ;ໄດ້ສ້າງຕັ້ງຄັງສາງຂໍ້ມູນສູນກາງຈຳນວນ6ແຫ່ງກໍຄື ນັກເສດຖະກິດສ່ວນບຸກຄົນ,ສະມາຄົນການຄ້າປະຈຳຄຸນໝິງ,ວິສາຫະກິດຂະໜາດນ້ອຍ,ວິສາຫະກິດເອກະຊົນໃນຂະແໜງສຳຄັນແລະອື່ນໆ,ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດສ່ວນບຸກຄົນຂອງນະຄອນຄຸນໝິງໄດ້ດີກວ່າເກົ່າ.

ນັກຂ່າວ ຫຼຽວຊິງຢາງ