ລະຄອນເວທີຂະໜາດໃຫຍ່“ຄວາມປະທັບໃຈກ່ຽວກັບເມືອງຜິງຖານ”ທີ່ກຳກັບໂດຍນາງຢາງລີ້ຜິງ ຈະໄຂຂຶ້ນໃນວັນທີ3ເດືອນພຶດສະພາທີ່ໂຮງລະຄອນໃຫຍ່ຢຸນນານ

2018-04-09 17:29:25 |ມາຈາກ: Yunnan Gateway

ໃນວັນທີ3ຫາວັນທີ5ເດືອນພຶດສະພາ,ຜົນງານລະຄອນເວທີຂະໜາດໃຫຍ່ພາກທີ່8ທີ່ກຳກັບໂດຍນັກສິລະປະການຟ້ອນທີ່ມີຊື່ສຽງຂອງແຂວງຢຸນນານ ທ່ານນາງຢາງລີ້ຜິງ“ຄວາມປະທັບໃຈກ່ຽວກັບເມືອງຜິງຖານ”(PingtanImpression)ຈະເລີ່ມເປີດສະແດງທີ່ໂຮງລະຄອນໃຫຍ່ຢຸນນານ,ເຊິ່ງເປັນ“ຜົນງານສິລະປະອັນຍິ່ງໃຫຍ່ກ່ຽວກັບວັດທະນະທຳຖາຍໄຮ”ທີ່ປະກອບໄປດ້ວຍວິໄສທັດແບບສາກົນແລະລະດັບສິລະປະອັນສູງສົ່ງ.

ໂດຍໄດ້ຮັບຮູ້ວ່າ,“ຄວາມປະທັບໃຈກ່ຽວກັບເມືອງຜິງຖານ”ເປັນຜົນງານປະເພນີພື້ນເມືອງອັນທຳອິດທີ່ເອົາທະເລເປັນຫົວຂໍ້ແລະເປັນຜົນງານຄວາມປະທັບໃຈອັນດັບທີ່ສາມໃນຊຸດທີ່ຕໍ່ເນື່ອງມາຈາກ“ຄວາມປະທັບໃຈກ່ຽວກັບຢຸນນານ”ແລະ“ຄວາມປະທັບໃຈກ່ຽວກັບຮວງຊານ”.ເຊິ່ງໄດ້ຖືເອົາວັດທະນະທຳປະຫວັດສາດແລະທິວທັດທຳມະຊາດຂອງເມືອງຜິງຖານແຂວງຟູຈ້ຽນທີ່ພາກຕາເວັນອອກສຽງໃຕ້ຂອງຈີນເປັນເນື້ອເລື່ອງຂອງການປະດິດສ້າງ,ໂດຍຖືເອົາເມືອງຜິງຖານເປັນສູນກາງ, ຈຶ່ງໄດ້ຊອກຫານິທານປະຫວັດສາດພຶ້ນເມືອງແລະເທບນິຍາຍຕຳນານຂອງເມືອງຜິງຖານຢ່າງເລິກເຊິ່ງ.

ໄລຍະເວລາຂອງລະຄອນນີ້ແມ່ນ100ນາທີ,ແບ່ງອອກເປັນສີ່ບົດ, ໂດຍແບ່ງເປັນບົດທຳມະຊາດ,ປະຫວັດສາດ,ວັດທະນະທຳແລະສິລະປະທັນສະໄໝ ທັງຫມົດສີ່ພາກສ່ວນມາສະແດງໃຫ້ເຫັນທິວທັດທຳມະຊາດໃນສະໄຫມກ່ອນແລະປະເພນີພື້ນເມືອງຂອງເມືອງຜິງຖານ. ໃນແຕ່ລະບົດ, ຈະນຳເອົາປະເພນີວັດທະນະທຳທີ່ມີສີສັນພິເສດ,ເພງແລະການຟ້ອນທີ່ເປັນມູນເຊື້ອ,ການຟ້ອນພື້ນເມືອງແລະຮູບແບບສິລະປະອື່ນໆມາປະດິດສ້າງສັນໃນຮູບແບບໃໝ່,ພ້ອມທັງປະສົມປະສານເຕັກນິກເອັບເຟັກພິເສດຂອງການຕົບແຕ່ງເວທີດ້ວຍເທັກໂນໂລຢີສະໄຫມໃຫມ່ແລະປັດໃຈທີ່ເປັນທີ່ນິຍົົມຕ່າງໆ,ຊຸກຍູ້ສົ່ງເສີມແຫຼ່ງກຳເນີດແລະປະເພນີຂອງສອງຝັ່ງນໍ້າ”(ແຜ່ນດິນໃຫຍ່ຂອງຈີນແລະໄຕ້ຫວັນ)ດ້ວຍສິລະປະ, ເພື່ອດຶງດູດຄວາມຄິດຄວາມປະທັບໃຈຂອງທຸກຄົນ.ນອກຈາກນີ້,ການສະແດງຄັ້ງນີ້ຈະນໍາໃຊ້ເຕັກນິກ3D,ເຊິ່ງຈຶ່ງຈະເຮັດໃຫ້ກາຍເປັນການສະແດງລະດັບສູງທີ່ຫນ້າຊົມ.

ງານສະແດງຄັ້ງນີ້ຈະນໍາໃຊ້ວິທີສິລະປະເພື່ອຊຸກຍູ້ສົ່ງເສີມປະເພນີແລະວັດທະນະທຳການສະເຫລີມສະຫຼອງຂອງທ້ອງຖິ່ນ,ພັນລະນາປະຫວັດສາດທີ່ຍາວນານເຖິງ7000ປີນັ້ນໂດຍຜ່ານເສັ້ນນິທານທີ່ເບິ່ງບໍ່ເຫັນ,ສະແດງສາກຂອງແດນສະຫວັນທີ່ມະນຸດແລະທຳມະຊາດສາມາດຢູ່ນຳກັນຢ່າງປອງດອງ.

ນັກຂ່າວ ຈ່າງເຣີຍ