ທ້ອງຟ້າຂອງເມືອງຄຸນໝິງເກີດມີປະກົດການພະອາທິດທົງກົດ

2018-04-10 16:21:26 |ມາຈາກ: Yunnan Gateway

ໃນຕອນບ່າຍຂອງວັນທີ9ເດືອນເມສາ,ຢູ່ເທິງທ້ອງຟ້າເມືອງຄຸນໝິງໄດ້ເກີດມີປະກົດການພະອາທິດທົງທົງກົດ,ເຮັດໃຫ້ຊາວເມືອງພາກັນອອກມາຊົມເບິ່ງແລະຖ່າຍຮູບເປັນທີ່ລະລຶກ.

ທີ່ຕຶກໂມງແລະຕຶກຮຸ້ຍເຈີທີ່ມະຫາວິທະຍາໄລຢຸນນານວິທະຍາເຂດເສີງກົ້ງ,ທິວທັດພະອາທິດທົງທົງກົດໄດ້ເຊື່ອມກັບທິວທັດໂຮງຮຽນຢ່າງສວຍງາມ.ວົງແສງອາທິດພໍດີຢູ່ເທິງຕຶກໂມງ,ເຊິ່ງເໝືອນຕຶກໂມງໄດ້ໄຕ້ໂຄມຂຶ້ນ.ມີນັກສຶກສາແລະອາຈານຂອງມະຫາວິທະຍາໄລດັ່ງກ່າວຫຼາຍຄົນໄດ້ພາກັນມາຖ່າຍຮູບ,ການແຂ່ງຂັນຖ່າຍຮູບປາກົດການພະອາທິດທົງທົງກົດໃນໂມເມ້ນວີແຊັດກໍເລີ່ມຂຶ້ນແລ້ວ.

ໂດຍໄດ້ຮັບຮູ້ວ່າ,ພະອາທິດທົງກົດກໍເອີ້ນເປັນຮຸ້ງມົນຄືກັນ,ເປັນປາກົດການສະຫວ່າງວິທະຍາຂອງຊັ້ນບັນຍາກາດໜຶ່ງ,ມັນໄດ້ກຳເນີດຂຶ້ນຍ້ອນວ່າເມື່ອແສງຕາເວັນຜ່ານເມກ,ໄດ້ຮັບການຫັກເຫແລະການກະທົບຄືນຂອງແສງຈາກຜະລຶກນໍ້າກ້ອນຈຶ່ງເກີດຂຶ້ນ.ຫຼັງຈາກເສັ້ນແສງ ໄດ້ຜ່ານເຂົ້າສູ່ຜະລຶກນໍ້າກ້ອນທີ່ຢູ່ໃນເມກຜະລຶກນໍ້າກ້ອນແລ້ວ,ຜ່ານການຫັກເຫຂອງແສງສອງເທື່ອ,ຈິ່ງໄດ້ກະຈາຍອອກເປັນແສງສະຫວ່າງທີ່ສີສັນຕ່າງໆໃນທິດທີ່ແຕກຕ່າງກັນ.

ເວລາມີເມກຜະລຶກນໍ້າກ້ອນ, ຈະມີຜະລຶກນໍ້າກ້ອນຈຳນວນຫຼວງຫຼາຍລອຍຢູ່ເທິງອາກາດ,ຜະລຶກນໍ້າກ້ອນທີ່ຢູ່ໃນວົງດຽວກັນຂອງບໍລິເວນອ້ອມຂ້າງຕາເວັນ, ສາມາດເຮັກໃຫ້ການຫັກເຫຂອງແສງທີ່ມີສີດຽວກັນສົ່ງເຂົ້າຕາຂອງຄົນເຮົາແລ້ວກາຍເປັນວົງທົງກົດທີ່ພາຍໃນແດງແຕ່ພາຍນອກມ່ວງ,ເມື່ອມີຜະລຶກນໍ້າກ້ອນທີ່ກາຍເປັນເມກຜະລຶກນໍ້າກ້ອນຢູ່ເທິງອາກາດ,ສ່ວນຫຼາຍຈະປະກົດມີວົງແສງສະຫວ່າງທີ່ມີສີສັນທີ່ພາຍໃນແດງແຕ່ພາຍນອກມ່ວງໜຶ່ງຫາສອງໜ່ວຍຢູ່ອ້ອມຂ້າງຕາເວັນໂດຍມີດວງຕາເວັນເປັນສູນກາງ,ບາງເທື່ອຍັງມີຈຸດແສງແລະໂຄ້ງແສງຫຼາຍອັນທີ່ເປັນສີຂາວຫຼືຫລາຍສີ,ວົງແສງ,ຈຸດແສງແລະໂຄ້ງແສງເຫຼົ່ານີ້ລ້ວນແຕ່ເອີ້ນເປັນທົງກົດນໍ້າກ້ອນ.

  ນັກຂ່າວ ກວນສີໂຫຼຢີ
  ຮູບພາບໂດຍ ຫຼີ້ເຈີ(ເວັບໄຊYunnan Gateway)