ແຂວງຢຸນນານເລີ່ມການກໍ່ສ້າງກຸ່ມຫໍພິພິທະພັນ

2018-04-12 15:35:37 |ມາຈາກ: Yunnan Gateway

ນັກຂ່າວໄດ້ຮັບຮູ້ຈາກພະແນກວັດທະນະທຳຂອງແຂວງຢຸນນານວ່າ:ແຜນການກໍ່ສ້າງກຸ່ມຫໍພິພິທະພັນຂອງແຂວງຢຸນນານໄດ້ເລີ່ມການກໍ່ສ້າງໃນມໍ່ໆມານີ້ຢ່າງເປັນທາງການ.ໃນຊຸມປີໃນອະນາຄົດ,ສະຖາບັນຮຸ້ຍເຈີຂອງມະຫາວິທະຍາໄລຢຸນນານ,ສະຖານທີ່ເກົ່າຂອງມະຫາວິທະຍາໄລການຮວ່ມມືພາກຕາເວັນຕົກສຽງໃຕ້,ທີ່ຢູ່ອາໄສຂອງຄົນທີ່ມີຊື່ສຽງຂອງນະຄອນຄຸນໝິງໃນສະໄໝປັດຈຸບັນແລະໂຄງການຮັກສາເຄື່ອງວັດຖຸບູຮານທີ່ມີພື້ນຖານດ້ານປະຫວັດສາດແລະວັດທະນະທຳອື່ນໆ,ຈະສ່ອງແສງສີສັນຂອງຕົນອີກເທື່ອໜຶ່ງ.

ຫົວໜ້າຂອງພະແນກວັດທະນະທຳແຂວງຢຸນນານທ່ານຫຼີ້ທາວ ໄດ້ແນະນຳວ່າ,ໂຄງການກໍ່ສ້າງຄັ້ງນີ້ສ່ວນຫຼາຍລວມສູນຢູ່ເຂດອ້ອມໜອງຊຸ້ຍຫູນະຄອນຄຸນໝິງ,ຕາແສງເກົ່າແກ່ຫຼົງສວນນະຄອນຄຸນໝິງແລະອື່ນໆ,ຄຽງຄູ່ການດຳເນີນຂອງໂຄງການ ເຊິ່ງອາດຈະມີຄວາມຫວັງໃນການນຳໃຊ້ເຄື່ອງວັດຖຸບູຮານທີ່ເຄື່ອນຍ້າຍບໍ່ໄດ້ໃຫ້ກ້າວໄປສູ່ອີກກ້າວໜຶ່ງ,“ໃຫ້ປະຫວັດສາດໄດ້ເວົ້າອອກມາ,ໃຫ້ເຄື່ອງວັດຖຸບູຮານໄດ້ເວົ້າອອກມາ”.

ເຂດອ້ອມໜອງຊຸ້ຍຫູນະຄອນຄຸນໝິງໄດ້ເຕົ້າໂຮມໂຄງການຮັກສາເຄື່ອງວັດຖຸບູຮານທີ່ມີຊື່ສຽງພາຍໃນປະເທດເປັນຕົ້ນແມ່ນ:ສະຖາບັນຮຸ້ຍເຈີ,ທີ່ຢູ່ອາໄສເກົ່າແກ່ຂອງຫວາງຈໍຫຼິງ,ສະຖາບັນສາທາລະນະຫຼູຮ້ານແລະສະຖານທີ່ເກົ່າຂອງມະຫາວິທະຍາໄລການຮວ່ມມືພາກຕາເວັນຕົກສຽງໃຕ້.ໃນນັ້ນ,ສະຖາບັນຮຸ້ຍເຈີທີ່ມີປະຫວັດສາດຮ້ອຍປີນັ້ນເຄີຍເປັນສະຖານທີ່ອັນສຳຄັນຂອງໃນການໂຄສະນາຕໍ່ຕ້ານຍີ່ປຸ່ນພາຍໃນປະເທດ,ເຊິ່ງຈະຖືກກໍ່ສ້າງເປັນຫໍພິພິທະພັນປະຫວັດສາດຂອງມະຫາວິທະຍາໄລຢຸນນານໃນອະນາຄົດ,ຈະຄົງເຫຼືອຮູບແບບສະຖາປັດດັ້ງເດີມແບບຝລັ່ງໄວ້,ນຳໃຊ້ເຕັກນິກVRແລະມາດຕະຖານອື່ນໆທີ່ມີຫຼາຍສີສັນແລະຮູບແບບເຂົ້າໃນການວາງສະແດງ,ສະເໜີພາບສະຖານທີ່ຫ້ອງຮຽນເກົ່າໃນສະພາບດັ້ງເດີມ,ງານວາງສະແດງກຸ່ມວິຊາວິທະຍາສາດຊົນເຜົ່າສະເພາະແລະຫ້ອງວາງສະແດງອື່ນໆ。

ນັກຂ່າວ ສີວັນຮູ