ກິດຈະກຳທີ່ເຕັມໄປດ້ວຍກິ່ນຫອມຂອງບ້ານປ່າເຈ່ເມືອງອ່ານໜິງຈະໄຂຂຶ້ນໃນວັນທ້າຍສັບປະດາ

2018-04-13 15:52:02 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ນັກຂ່າວໄດ້ຮັບຮູ້ຈາກຫ້ອງການບ້ານປ່າເຈ່ເມືອງອ່ານໜິງວ່າ,ໃນວັນທ້າຍສັບປະດານີ້ ກິດຈະກຳທີ່ເຕັມໄປດ້ວຍກິ່ນຫອມຂອງບ້ານປ່າເຈ່ປະຈຳປີຈະເລີ່ມໄຂຂຶ້ນ.

ໂດຍການນະນຳວ່າ,ກິດຈະກຳດັ່ງກ່າວຂອງປີນີ້ຈະຈັດຕັ້ງສະໜາມກິດຈະກຳທັງໝົດ4ແຫ່ງ ກໍຄື:ສະໜາມຫລັກທີ່ບ້ານສ່ຽງຫຼຽນ,ງານວາງສະແດງສິນຄ້າທີ່ສະໜາມຢຸນເສີງ,ສວນດອກກຸຫຼາບທີ່ບ້ານຮຸ້ຍເຈ່ຍຢິງແລະສວນດອກກຸຫຼາບທີ່ພູສຽວຕໍບ້ານສ່ຽງຫຼຽນ.ໃນນັ້ນ,ເຂດດອກກຸຫຼາບຂອງສະໜາມຫລັກມີຄວາມຍາວເຖິງ11ກິໂລແມັດແລະໄດ້ປູກດອກກຸຫຼາບທີ່ກິນເນື້ອທີ່ເກີນ800ມຸ້.ສະໜາມຢຸນເສີນຈະເປັນສະໜາມຫລັກຂອງກິດຈະກຳໃນຄັ້ງນີ້,ນັບຕັ້ງແຕ່ວັນທີ14ເປັນຕົ້ນໄປຈະມີການຈັດງານອາຫານກໍຄື: ເຝີກໍ້ເຢັນ,ເຂົ້າໜົມດອກກຸຫຼາບແລະອາຫານວ່າງທີ່ຂຶ້ນຊື່ຕ່າງໆຕະຫລອດຈົນເຖິງງານສະແດງທີ່ເຕັມໄປດ້ວຍສີສັນ, ,ເຊິ່ງຈະເປັນອາຫານທີ່ເປັນຕາແຊບແລະງານສະແດງທີ່ເປັນຕາເບິ່ງໃຫ້ແກ່ນັກທ່ອງທ່ຽວ.

ນອກຈາກນັ້ນ,ງານລ້ຽງດ້ວຍດອກກຸຫຼາບທີ່ຫລາຍຄົນຄອງຄອຍຈະໄດ້ຈັດຂຶ້ນໃນຊ່ວງກິດຈະກຳຄັ້ງນີ້, ທ່ານຍັງຈະມີໂອກາດໄດ້ກິນອາຫານທີ່ມີຊື່ສຽງເຊິ່ງເປັນອາຫານທີ່ເຮັດດ້ວຍດອກກຸຫຼາບທີ່ມີສີສັນພິເສດຫຼາຍຢ່າງອີກດ້ວຍ.

ນັກຂ່າວ ຈ້າວສູຢົງ