ແຂວງຢຸນນານຈະພັດທະນາການຂັບລົດມາທ່ອງທ່ຽວເອງຢ່າງຫ້າວຫັນ ເພື່ອຊຸກຍູ້ສົ່ງເສີມບຸກທະລຸບ່ອນທ່ອງທ່ຽວດ້ານລົດຍົນ

2018-04-17 12:05:40 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ຄະນະກຳມະການພັດທະນາການທ່ອງທ່ຽວຂອງແຂວງຢຸນນານໄດ້ເຊັນສັນຍາການຮ່ວມມືຍຸດທະສາດກັບບໍລິສັດການລົງທຶນລົດຍົນຮວາເສີງ(ນະຄອນຕ້າລຽນ)ທີ່ນະຄອນຄຸນໝິງ,ເຊິ່ງຈະຊຸກຍູ້ສົ່ງເສີມການພັດທະນາການຂັບລົດມາທ່ອງທ່ຽວເອງແລະຂະແໜງການຜະລິດເຄື່ອງອຸປະກອນດ້ານການທ່ອງທ່ຽວຢ່າງຫ້າວຫັນ,ຈະເລັ່ງຊຸກຍູ້ວຽກການຫັນປ່ຽນຮູບແບບແລະຍົກລະດັບຂະແໜງການທ່ອງທ່ຽວຂອງແຂວງຢຸນນານໃຫ້ໄວກວ່າເກົ່າ.

ຕາມກຳນົດຂອງສັນຍາ,ສອງຝ່າຍຈະດຳເນີນການຮ່ວມມືຢ່າງເລິກເຊິ່ງໃນຫຼາຍດ້ານກໍຄື:ດ້ານການບຸກທະລຸບ່ອນທ່ອງທ່ຽວລົດຍົນ,ດ້ານການຜະລິດລົດຕູ້ເຮືອນທ່ອງທ່ຽວ,ການຊ່ວຍເຫຼືອບັນເທົາຄວາມທຸກຍາກດ້ວຍການທ່ອງທ່ຽວ,ການເຊົ່າລົດທ່ອງທ່ຽວຂອງຢຸນນານແລະດ້ານອື່ນໆ,ເຊິ່ງຈະອຳນວຍຜະລິດຕະພັນການທ່ອງທ່ຽວແລະການບໍລິການທີ່ມີປະສິດທິພາບ,ພ້ອມທັງຄວາມສະດວກສະບາຍແລະຄຸນນະພາບສູງໃຫ້ແກ່ນັກທ່ອງທ່ຽວທັງຫຼາຍ.

ຜູ້ຮັບຜິດຊອບຂອງຄະນະກຳມະການພັດທະນາການທ່ອງທ່ຽວຂອງແຂວງຢຸນນານທີ່ກ່ຽວຂ້ອງໄດ້ກ່າວວ່າ,ຄຽງຄູ່ກັບຍຸກສະໄໝຂອງການທ່ອງທ່ຽວເປັນກຸ່ມແລະການທ່ອງທ່ຽວແບບຄົບວົງຈອນໄດ້ມາເຖິງ,ການຮ່ວມມືຍຸດທະສາດລະຫວ່າງສອງຝ່າຍນີ້ຈະເກີດມີຜົນປະໂຫຍດເຂົ້າໃນວຽກງານການບຳລຸງຜົນຜະລິດຕະພັນໃໝ່ຂອງການທ່ອງທ່ຽວແລະສະພາບທາງຂະແໜງການໃໝ່ຂອງແຂວງຢຸນນານ,ຈະຊ່ວຍຊຸກຍູ້ການຫັນປ່ຽນຮູບແບບແລະຍົກລະດັບຂະແໜງການທ່ອງທ່ຽວຂອງແຂວງຢຸນນານຢ່າງຮອບດ້ານ.

ນັກຂ່າວ ຢາງປິ່ງ