ແຂວງຢຸນນານ:APPທີ່ຊ່ວຍເຫຼືອຄວາມຫຍຸ້ງຍາກທາງພາສາໄດ້ອອນລາຍແລ້ວ

2018-04-18 16:08:45 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້, ພະແນກການສຶກສາແຂວງຢຸນນານ,ບໍລິສັດຮຸ້ນສ່ວນຊູ້ໄຟເຄິຕາຈຳກັດແລະກຸ່ມບໍລິສັດໂທລະຄົມມະນາຄົມຢີຕົ້ງຈີນສາຂາແຂວງຢຸນນານ,ໄດ້ຮ່ວມມືກັນຜະລິດ APPຮຽນພາສາຈີນເພື່ອເຜີຍແຜ່ການຮັບຮູ້ພາສາຈີນກາງແລະຍົກຄຸນນະພາບໃຫ້ແກ່“ຊົນເຜົ່າທີ່ຂ້າມຜ່ານໂດຍກົງ”(ຊົນເຜົ່າທີ່ຂ້າມຜ່ານຈາກສັງຄົມດັ້ງເດີມມາເປັນສັງຄົມຍຸກໃໝ່ ຫຼັງຈາກກໍ່ສ້າງປະເທດຈີນໃໝ່)ແລະຊົນເຜົ່ານ້ອຍ.

ບົດບາດຕົ້ນຕໍຂອງAPPນີ້ປະກອບມີ:ຫຼັກສູດຮຽນໂຕໜັງສືຈີນ,ປະໂຫຍກໃນຊີວິດປະຈຳວັນ,ບົດຮຽນສຳລັບຮຽນດ້ວຍຕົນເອງແລະບົດບາດອື່ນໆ.ບົດຮຽນລວມເອົາຂັ້ນຕອນການຮຽນ,ການຝຶກຫັດແລະການສອບເສັງ.ເຊິ່ງໃຫ້ຜູ້ຮຽນສາມາດຮຽນໂຕໜັງສືຈີນໄດ້ຕາມລຳດັບ.ພາກສ່ວນປະໂຫຍກໃນຊີວິດປະຈຳວັນໄດ້ສະໜອງປະໂຫຍກແລະຄຳເວົ້າທີ່ນຳໃຊ້ໃນຊີວິດປະຈຳວັນຈຳນວນ40ປະໂຫຍກແລະບົດເຝິກຫັດບົດສົນທະນາໃຫ້ແກ່ຜູ້ຮຽນຝຶກເວົ້າ.ລະບົບຂອງAPPນີ້ໄດ້ນຳໃຊ້ການສັງລວມເອົາສຳນຽງພາສາ,ການສັງເກດສຳນຽງ,ການສອບເສັງການເວົ້າແລະອື່ນໆ, ເຊິ່ງຈະຊ່ວຍເຫຼືອຊຸກຍູ້ຍົກລະດັບຂອງການນຳໃຊ້ພາສາຈີນຂອງ“ຊົນເຜົ່າທີ່ຂ້າມຜ່ານໂດຍກົງ”ແລະຊົນເຜົ່ານ້ອຍໄດ້ຢ່າງວ່ອງໄວ.