ເວທີສົນທະນາສຸດຍອດອາຊີປາຊີຟິກ(ແຂວງຢຸນນານ)ວ່າດ້ວຍການຂາຍຍ່ອຍແບບໃໝ່ໃນການທ່ອງທ່ຽວສາກົນຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ

2018-04-18 16:13:13 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ເວທີສົນທະນາສຸດຍອດອາຊີປາຊີຟິກ(ແຂວງຢຸນນານ)ວ່າດ້ວຍການຂາຍຍ່ອຍແບບໃໝ່ໃນການທ່ອງທ່ຽວສາກົນຄັ້ງທຳອິດຂອງປີ2018ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານເຊິ່ງມີຫົວຂໍ້ວ່າ“ເບິ່ງຊົມອະນາຄົດດ້ວຍການທ່ອງທ່ຽວ”.ເວທີສົນທະນາໄດ້ດຳເນີນໄປຕາມການພິຈາລະນາກ່ຽວກັບການຜະລິດສິນຄ້າຂອງຂວັນຂອງການທ່ອງທ່ຽວທີ່ມີມາດຖານ,ການຈັດຕັ້ງຮູບແບບການຊື້ສິນຄ້າການທ່ອງທ່ຽວຮູບແບບໃໝ່,ການຊຸກຍູ້ການຫັນປ່ຽນແລະຍົກລະດັບການທ່ອງທ່ຽວຂອງຢຸນນານ,ການຈັດຕັ້ງຮູບຊົງແບບໃໝ່ຂອງການທ່ອງທ່ຽວແຂວງຢຸນນານແລະອື່ນໆ.

ເວທີສົນທະນາຄັ້ງນີ້ຍັງໄດ້ຖະແຫຼງຮູບແບບການຂາຍຍ່ອຍແບບໃໝ່ຂອງສິນຄ້າການທ່ອງທ່ຽວທີ່ວ່າ“ຂອງຂວັນທີ່ດີຂາຍຍ່ອຍແບບໃໝ່”,ຮູບແບບນີ້ປະກອບດ້ວຍພາກສ່ວນຂອງຂວັນການທ່ອງທ່ຽວອັນມາດຖານ,ການຊົມໃຊ້ເວທີການຄ້າອີເລັກໂຕນິກນຳກັນ(shared E-commerce platform),ການມອບປ້າຍໃຫ້ແກ່ຮ້ານຂາຍສິນຄ້າແລະຕູ້ຂາຍສິນຄ້າອັດຕະໂນມັດ,ໂດຍອີງໃສ່ເຕັກນິກທີ່ກ້າວໜ້າກໍຄື:ອິນເຕີເນັດ, ການຂາຍເຄື່ອງທາງເນັດ,ເຕັກນິກAI,ຄັງຂໍ້ມູນຂະຫນາດໃຫຍ່,ການຈ່າຍເງິນແບບອອນລາຍເປັນຕົ້ນ,ເອົາໃຈໃສ່ໃນການແກ້ໄຂບັນຫາໃນການຫັນປ່ຽນຮູບແບບແລະຍົກລະດັບຂອງການຊື້ສິນຄ້າຂອງການທ່ອງທ່ຽວທັງຍີ່ຫໍ້ສິນຄ້າ,ມາດຖານ,ເອກະລັກ,ຄວາມສະດວກສະບາຍໃນການຊື້ສິນຄ້າ,ວ່ອງໄວທັນເວລາ,ການທົດລອງໃຫ້ເຂົ້າກັບສະພາບຕົວຈິງ,,ເພື່ອໃຫ້ເໝາະສົມກັບຍຸກໃໝ່,ຕະຫຼາດໃໝ່ແລະຊຸມຊົນຜູ້ບໍລິໂພກໃໝ່, ເຊິ່ງຈະນຳພາການຫັນປ່ຽນແລະຍົກລະດັບຕະຫຼາດຊື້ຂາຍສິນຄ້າໃນການທ່ອງທ່ຽວຂອງແຂວງຢຸນນານ.

ນອກຈາກນີ້,ໃນວັນທີ17ເວທີສົນທະນາຍັງໄຂກິດຈະກຳການຝຶກອົບຮົມເພື່ອຍົກສູງລະດັບຂອງພະນັກງານທີ່ເຮັດວຽກຢູ່ໃນຂະແໜງການຊື້ຂາຍສິນຄ້າທ່ອງທ່ຽວອີກດ້ວຍ.