ຂົວລົດໄຟຂ້າມແມ່ນໍ້າຂອງທາງລົດໄຟຈີນ—ລາວກຳລັງຢູ່ໃນການກໍ່ສ້າງ

2018-04-19 14:22:07 |ມາຈາກ: Yunnan Gateway

ຂົວບັນນາຮັນທະຂອງລົດໄຟລາວຈີນກຳລັງຢູ່ໃນການກໍ່ສ້າງ.

ໃນເຂດພູຊັນແລະເຂດນໍ້າໄຫຼແຮງທີ່ພາກເໜືອຂອງແຂວງຫຼວງພະບາງ,ຂົວໃຫຍ່ບັນນາຮັນທະທີ່ເຮັດເປັນຂົວຂ້າມແມ່ນໍ້າຂອງແຫ່ງທຳອິດແລະແຫ່ງທີ່ສອງກຳລັງເລັ່ງວຽກງານການກໍ່ສ້າງ.ໂຄງການດັ່ງກ່າວແມ່ນຮັບຜິດຊອບໂດຍບໍລິສັດກໍ່ສ້າງທາງລົດໄຟເລກ 8 ສ.ປ. ຈີນຈຳກັດ
ພະແນກຈັດການກໍ່ສ້າງທາງລົດໄຟບໍ່ເຕັນ-ນະຄອນຫຼວງວຽງຈັນຊ່ວງສັນຍາທີⅢພາກທີ່ສາມ.

ລົດໄຟລາວຈີນເລີ່ມແຕ່ພາກເໜືອທີ່ຊາຍແດນຂອງປະເທດລາວແລະຈີນ,ພາກໃຕ້ຮອດນະຄອນຫຼວງວຽງຈັນຂອງປະເທດລາວ,ເສັ້ນທາງລວມຂອງລົດໄຟໄດ້ນຳໃຊ້ມາດຖານເຕັກນິກແລະອຸປະກອນຂອງຈີນ,ໂຄງການດັ່ງກ່າວແມ່ນເລີ່ມໃນເດືອນທັນວາປີ2016.ໄລຍະຄວາມຍາວຂອງເສັ້ນທາງທັງໝົດແມ່ນ414ກິໂລແມັດ,ຈະນຳໃຊ້ເວລາການກໍ່ສ້າງທັງໝົດ5ປີ.