ກະທຽມໂທນເປືອກສີມ່ວງຂອງບໍລິສັດຄຸນໝິງໄດ້ກວມເອົາ60%ຂອງຕະຫຼາດກະທຽມໄທ

2018-04-19 14:27:58 |ມາຈາກ: Yunnan Gateway

ພາຍໃຕ້ເບື້ອງຫຼັງການຊຸກຍູ້ສົ່ງເສີມການປະຕິຮູບໂຄງຮ່າງທາງການສະໜອງແລະຄວາມຕ້ອງການໃນຂະແໜງກະສິກຳຢ່າງຫ້າວຫັນຂອງນະຄອນຄຸນໝິງນັ້ນ,ບໍລິສັດພັດທະນາເຕັກນິກວິທະຍາສາດກະສິກຳຮວນຈີແຂວງຢຸນນານໄດ້ນຳໃຊ້ຍຸດທະສາດການພັດທະນາ“ຕັດສິນຈຳນວນການຜະລິດຈາກຄວາມຕ້ອງການຂອງຕະຫຼາດ”,ເຊິ່ງຈຳນວນຂອງການຈຳໜ່າຍກະທຽມໂທນເປືອກສີມ່ວງໄດ້ກວມເອົາຕະຫຼາດກະທຽມຂອງປະເທດໄທເຖິງ60%.

ໃນປີ2017,ບໍລິສັດຮວນຈີໄດ້ນຳໃຊ້ຮູບແບບພັດທະນາ“ຕັດສິນຈຳນວນການຜະລິດຈາກຄວາມຕ້ອງການຂອງຕະຫຼາດ”,ກໍ່ສ້າງຖານທົດລອງປູກຝັງກະທຽມໂທນເປືອກສີມ່ວງຢູ່ບ້ານຄວນຈ່ວງ,ສືຈ້ຽວແລະຊານຕັນຂອງເມືອງຟູມິນທີ່ມີເນື້ອທີ່ປູກຝັງຮອດ200ມຸ້,ໄດ້ເພີ່ມທະວີລາຍໄດ້ຂອງຊາວກະສິກອນ800ຢວນຕໍ່ແຕ່ລະມຸ້ແລະອຳນວຍໂອກາດໃຫ້ແກ່ຄອບຄົວທຸກຍາກເພີ່ມລາຍໄດ້ຂອງຕົນຈາກການອອກແຮງງານ.

ເພື່ອຍົກລະດັບຄຸນນະພາບແລະປະສິດທິພາບ,ບໍລິສັດຮວນຈີ ໄດ້ຕິດຕັ້ງຖານປູກຝັງຢູ່ອ້ອມຂ້າງໂຮງງານເຊິ່ງໄດ້ຫຼຸດຕົ້ນທຶນຂອງການຂົນສົ່ງວັດຖຸດິບຫຼາຍ,ໄດ້ຍົກສູງປະສິດທິພາບຂອງການປຸງແຕ່ງແລະການຜະລິດ,ນອກຈາກນັ້ນ ຮູບແບບການກໍ່ສ້າງໄລຍະສັ້ນກໍມີຜົນປະໂຫຍດໃຫ້ແກ່ບໍລິສັດໃນການຄຸ້ມຄອງຄຸນນະພາບຂອງວັດຖຸດິບຂອງຜົນຜະລິດຕະພັນຫຼາຍກວ່າ.

“ຕົ້ນທຶນຫຼຸດລົງແລ້ວ,ຄຸນນະພາບຂອງວັດຖຸດິບໄດ້ຍົກສູງຂຶ້ນ,ຜົນຜະລິດຕະພັນຂອງບໍລິສັດຈິ່ງມີກຳລັງແຂ່ງຂັນໃນຕະຫຼາດອັນແຂງແຮງກວ່າ.”ຜູ້ຮັບຜິດຊອບຂອງບໍລິສັດຮວນຈີ ໄດ້ແນະນຳວ່າ.ຈຳນວນສົ່ງອອກຂອງຜົນຜະລິດຕະພັນກະທຽມໂທນເປືອກສີມ່ວງມີເຖິງ3000ໂຕນແຕ່ລະປີແລະມີມູນຄ່າປະມານ8ລ້ານໂດລາແລ້ວ.ຈຳນວນການຈຳໜ່າຍແລະລາຄາຂອງກະທຽມໂທນເປືອກສີມ່ວງໄດ້ພາກັນຍົກສູງຂຶ້ນກໍໄດ້ຊຸກຍູ້ຄວາມຫ້າວຫັນຂອງຊາວກະສິກຳຄືກັນ,ຈະຊ່ວຍຊຸກຍູ້ວິສາຫະກິດແລະການປູກຝັງຂອງຄອບຄົວທ້ອງຖິ່ນສ້າງຕັ້ງການພັດທະນາອັນຍືນຍົງແລະໝັ້ນຄົງຂຶ້ນ,ກໍຈະສົ່ງເສີມບົດບາດຢ່າງຫ້າວຫັນເຂົ້າໃນການປະດິດສ້າງຍີ່ຫໍ້ຜົນຜະລິດຕະພັນກະສິກຳທີ່ມີສີສັນພິເສດຂອງເຂດພູພຽງຂອງນະຄອນຄຸນໝິງ.