ແຂວງຢຸນນານຮັບປະກັນຊາວບ້ານທີ່ຍ້າຍສະຖານທີ່ອາໄສເນື່ອງຈາກໂຄງການເຂື່ອນໄຟຟ້າສາມາດສ້າງຄວາມຮັ່ງມີໄດ້

2018-04-20 17:13:43 |ມາຈາກ: Yunnan Gateway

ສະໜອງຄວາມຊ່ວຍເຫຼືອຢ່າງສຸດອົກສຸດໃຈເພື່ອການກໍ່ສ້າງບ້ານອັນສວຍງາມ,ໃຫ້ການຊ່ວຍເຫຼືອຢ່າງແມ່ນຢຳພ້ອມທັງປຶກສາຫາລືເພື່ອການພັດທະນານຳກັນ,ເພື່ອຮັບປະກັນໃຫ້ຊາວບ້ານທີ່ຍ້າຍບ້ານໄດ້“ສາມາດເຄື່ອນຍ້າຍໄດ້,ສະຫງົບອຸ່ນອ່ຽນແລະມີຄວາມຮັ່ງມີໄດ້”.ຫວ່າງມໍ່ໆມານີ້,ນັກຂ່າວໄດ້ຮັບລາຍງານຈາກກອງປະຊຸມວຽກງານກ່ຽວກັບການເຄື່ອນຍ້າຍປະຊາຊົນທົ່ວແຂວງປະຈຳປີ2018ທີ່ໄດ້ໄຂຂຶ້ນທີ່ນະຄອນຄຸນໝິງຮູ້ວ່າ,ໃນປີນີ້,ແຂວງຢຸນນານຈະສຳເລັດວຽກການຈັດຕັ້ງ ຊາວບ້ານທີ່ເຄື່ອນຍ້າຍບ້ານເນື່ອງຈາກໂຄງການເຂື່ອນໄຟຟ້າເກີນ6900ກວ່າຄົນ,ສຳເລັດການລົງທຶນຂອງໃນການເຄື່ອນຍ້າຍຈຳນວນ4,5ຕື້ຂຶ້ນໄປ.

ໃນປີນີ້ແລະປີໜ້າ,ເຂື່ອນໄຟຟ້າອູ່ຫຼົງນົງ ລີຕີແລະອູ່ຕົງເດັກຂອງແຂວງຢຸນນານຈະກັ້ນນໍ້າເພື່ອສະສົມນໍ້າ,ໄປຮອດປີ2021,ເຂື່ອນໄຟຟ້າແປເຮີທານແລະທໍປາກໍຈະກັ້ນນໍ້າເພື່ອສະສົມນໍ້າຄືກັນ.ໃນປີນີ້,ແຂວງຢຸນນານຈະສືບຕໍ່ດຳເນີນວຽກງານປະດິດສ້າງ“ສວນບ້ານທີ່ສວຍງາມ ເຂດເຄື່ອນຍ້າຍຂອງຊາວບ້ານທີ່ອຸຸດົມສົມບູນ”ຕໍ່ໄປ,ຈະມີແຜນການກໍ່ສ້າງບ້ານໃໝ່ໃຫ້ແກ່ຊາວບ້ານທີ່ຍ້າຍບ້ານຈຳນວນ50ບ້ານແລະກວມເອົາຈຳນວນພົນລະເມືອງ10000ຄົນຂຶ້ນໄປ.

ໂດຍໄດ້ຮັບຮູ້ວ່າ,ໃນປີແລ້ວນີ້,ແຂວງຢຸນນານໄດ້ສຳເລັດວຽກການເຄື່ອນຍ້າຍພົນລະເມືອງຈາກໂຄງການກໍ່ສ້າງເຄື່ອນໄຟຟ້າຈຳນວນ9248ຄົນ,ໄດ້ສຳເລັດການລົງທຶນຈາກການເຄື່ອນຍ້າຍ5,143ຕື້ຢວນ;ການກໍ່ສ້າງໂຄງການເຂື່ອນໄຟຟ້າໄດ້ຊຸກຍູ້ສົ່ງເສີມປະສິດທິພາບ,ວຽກງານການຈັດຕັ້ງທີ່ຢູ່ອາໄສຂອງຊາວບ້ານຍ້າຍໃນໂຄງການເຂື່ອນໄຟຟ້າທີ່ໃຫຍ່ແລະສຳຄັນຢ່າງສະດວກສະບາຍ,ການຊ່ວຍເຫຼືອພັດທະນາຂະແໜງການພາຍຫຼັງການເຄື່ອນຍ້າຍຊາວບ້ານໄດ້ຮັບຜົນສຳເລັດຢ່າງຈະແຈ້ງ,ແລະໄດ້ວາງກອງທຶນການເຄື່ອນຍ້າຍຈຳນວນ673ລ້ານຢວນ,ໄດ້ບຳລຸງວິຊາການແກ່ຄອບຄົວທີ່ເຄື່ອນຍ້າຍແລະສະມາຄົມການຮ່ວມມື312ໜ່ວຍ,ໄດ້ສ້າງເປັນບ້ານຕົວແບບທີ່ມີເອກະລັກພິເສດອັນສຳຄັນຂອງໂຄງການ“ໜຶ່ງບ້ານໜຶ່ງຍີ່ຫໍ້ຫຼືໜຶ່ງຂະແໜງການ”ຈຳນວນ5ແຫ່ງ.ເຊິ່ງໄດ້ປາກົດມີໝາກພີລາເມັດອ່ອນຢົງເຊີ້ງແລະຕາແສງດອກກຸຫຼາບໃນເຂດເມືອງເກົ່າຂອງນະຄອນລີ້ຈ່ຽງ,ໝາກອະງຸ່ນປິ່ນສວນຂອງຕ້າຫຼີ,ມັນຝະລັ່ງໃນລະດູໃບໄມ້ຫຼົ່ນຂອງເມືອງລູ້ລຽງນະຄອນສີຈິ່ງແລະຕົວແບບການພັດທະນາຂະແໜງການອື່ນໆ,ເຊິ່ງໄດ້ກາຍເປັນຕົວແບບຂະແໜງການກະສິກຳທີ່ມີເອກະລັກທີ່ເຂດພູພຽງຂອງເຂດຈັດຕັ້ງຊາວບ້ານທີ່ເຄື່ອນຍ້າຍທົ່ວແຂວງແລະຂອບເຂດທົ່ວແຂວງ.

ການທີ່“ສາມາດຍ້າຍອອກໄດ້”ແມ່ນເປັນບາດກ້າວທຳອິດຂອງວຽກງານເຄື່ອນຍ້າຍປະຊາຊົນ,ການທີ່“ສະຫງົບແລະຮັ່ງມີຂຶ້ນໄດ້”ຈຶ່ງແມ່ນຂອດໃຈກາງ ,ບ່ອນຫຍຸ້ງຍາກແລະເປົ້າໝາຍສຸດທ້າຍຂອງວຽກງານການເຄື່ອນຍ້າຍປະຊາຊົນ.ໂດຍການແນະນຳແລ້ວ,ໃນຕໍ່ໄປນີ້,ວຽກງານເຄື່ອນຍ້າຍປະຊາຊົນຂອງແຂວງຢຸນນານຈະດຳເນີນໄປຕາມການກຳນົດສັງລວມທີ່ວ່າ: ຂະແໜງການຮຸ່ງເຮືອງ,ທີ່ຢູ່ອາໄສສວຍສົດງົດງາມ,ປະເພນີມີຄວາມສີວິໄລ,ການປັບປຸງມີປະສິດທິພາບແລະຊີວິດການເປັນຢູ່ຮັ່ງມີຜາສຸກ,ປະຕິບັດນະໂຍບາຍຮຸ່ງເຮືອງເຫຼືອງເຫຼື້ອມບ້ານຊົນນະບົດຢ່າງຕັ້ງໃຈ,ແລະຄົ້ນຄວ້າຊອກຫາກົນໄກໃໝ່ ມາດຕະການໃໝ່ແລະວິທີໃໝ່ໃນການຊ່ວຍເຫຼືອແລະພັດທະນາຂະແໜງການພາຍຫຼັງການເຄື່ອນຍ້າຍ,ຈະດຳເນີນຕາມກຳນົດພັດທະນາຢ່າງມີຄຸນນະພາບສູງ,ຖືການປະດິດສ້າງ“ຍີ່ຫໍ້ພະລັງງານສີຂຽວ”ແລະເຮັດຂະແໜງການພະລັງງານສີຂຽວໃຫ້ດີແລະເຂັ້ມແຂງມີເປົ້າໝາຍ,ເຊິ່ງສາມາດຊ່ວຍເ
ຫຼືອປະຊາຊົນເຄື່ອນຍ້າຍໃຫ້ໄດ້ຮັບການພັດທະນາແລະຮັ່ງມີໃຫ້ດີກວ່າເກົ່າ,ສາມາດບັນລຸວຽກງານເຄື່ອນຍ້າຍອອກມາໄດ້ແລະຫມັ້ນຄົງໄດ້ຢ່າງແທ້ຈິງ.