​​ເຮືອ​ດຳ​ນ້ຳ​ທີ່​ກ້າວ​ໜ້າທີ່​ສຸດ​ຂອງ​ຈີນ​ປະຕິບັດ​ງານ​ຢ່າງ​ສຳ​ເລັດ​ຜົນເປັນ​ເທື່ອ​ທຳ​ອິດ

2018-04-24 10:59:31 |ມາຈາກ: cri

ວັນ​ທີ 20 ​ເມສາ​ນີ້, ​ເຮືອ​ດຳ​ນ້ຳ "ຊ່ຽນ​ລົງ 3" ທີ່​ຈີນ​ຄົ້ົ້ນຄວ້າ​ຜະລິດ​​ເອງທີ່​ກ້າວໜ້າ​ທີ່​ສຸດ​​ໄດ້​ສຳ​ເລັດ​ການ​ດຳ​ນ້ຳ​ເປັນ​ເທື່ອ​ທຳ​ອິດ, ​ໂດຍ​ໄດ້​ເລີ່​ມດຳ​ນ້ຳ​ທະ​ເລ​ແຕ່ 4 ​ໂມງ 46 ນາທີ​​ໃນຕອນ​ເຊົ້າ ​ແລະ​ອອກ​ໜ້າ​ນ້ຳໃນ 3 ​ໂມງ 53 ນາທີ​ໃນຕອນ​ບ່າຍ ​ເຊິ່ງ​ໄດ້​ເຖິງ​ບ່ອນ​ເລິກ​ທີ່​ສຸດ​ 3955 ​ແມັດ ​ແລະ​​ເດີນທາງ 24,8 ກິ​ໂລ​ແມັດ, ​ໄດ້ສຳ​ເລັດ​ການ​ທົດສອບ​ລາຍ​ຕ່າງ​ໆ​ເປັນ​ຢ່າງ​ດີ.