ວົງດົນຕີປະສານສຽງຂອງມະຫາວິທະຍາໄລກະສິກຳຢຸນນານໄດ້ຮັບລາງວັນຊະນະເລີດໃນ ການແຂ່ງຂັນຮອບສຸດທ້າຍຂອງງານສະແດງສິລະປະລະດັບມະຫາວິທະຍາໄລທ່ົວປະເທດຄັ້ງທີ່5

2018-04-25 19:02:47 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ວົງດົນຕີປະສານສຽງຂອງມະຫາວິທະຍາໄລກະສິກຳຢຸນນານໄດ້ເດີນທາງເຖິງນະຄອນຊຽງໄຮເພື່ອເຂົ້າຮ່ວມການແຂ່ງຂັນຮອບສຸດທ້າຍຂອງງານສະແດງສິລະປະລະດັບມະຫາວິທະຍາໄລທ່ົວປະເທດຄັ້ງທີ່5 ແລະໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນ.

ງານສະແດງດັ່ງກ່າວໄດ້ຈັດຂຶ້ນໂດຍກະຊວງສຶກສາທິການ,ເຊິ່ງຈັດຂຶ້ນ3ປີຕໍ່ຄັ້ງ.ງານສະແດງຄັ້ງນີ້ໄດ້ມີວົງດົນຕີລະດັບປະລິນຍາຕີທັງໝົດ37ມະຫາວິທະຍາໄລໃນທົ່ວປະເທດເຂົ້າຮ່ວມ,ໃນນັ້ນມີວິທະຍາໄລວິຊາຊີບສິລະປະ 11ແຫ່ງ ແລະວິທະຍາໄລທີ່ບໍ່ແມ່ນວິຊາຊີບສິລະປະອີກ26ແຫ່ງ,ເຊິ່ງກໍໄດ້ປະກອບໄປດ້ວຍມະຫາວິທະຍາໄລທີ່ມີຊື່ສຽງຄື ມະຫາວິທະຍາໄລຊິງຮວາ,ມະຫາວິທະຍາໄລປັກກິ່ງ,ມະຫາວິທະຍາໄລຟູ້ຕ້ານແລະວິທະຍາໄລດົນຕີແຂວງເຈີ້ຈ່ຽງເປັນຕົ້ນ.

ໃນການແຂ່ງຂັນຮອບປະຖົມມະເລີກທີໄດ້ຈັດຂຶ້ນໃນເດືອນຕຸລາຂອງປີແລ້ວນີ້,ວົງດົນຕີປະສານສຽງຂອງມະຫາວິທະຍາໄລກະສິກຳຢຸນນານກໍເຄີຍໄດ້ຮັບລາງວັນຊະນະເລີດມາແລ້ວ,ແລະໄດ້ຕາງໜ້າແຂວງຢຸນນານເຂົ້າຮ່ວມການແຂ່ງຂັນຮອບສຸດທ້າຍຄັ້ງນີ້,ເຊິ່ງອີງຕາມການສະແດງດົນຕີລະດັບສູງເຊິ່ງໄດ້ຮັບການຕີລາຄາຢ່າງເປັນເອກະພາບກັນຈາກບັນດາກຳມະການຜູ້ຕັດສິນ,ແລະສາມາດຍາດໄດ້ລາງວັນທີຫນຶ່ງ.

ໃນງານສະແດງຄັ້ງນີ້,ວົງດົນຕີປະສານສຽງຂອງມະຫາວິທະຍາໄລກະສິກຳຢຸນນານເປັນວົງດົນຕີປະລິນຍາຕີພຽງຫນຶ່ງດຽວທີ່ປະກອບດ້ວຍນັກສຶກສາທີ່ບໍ່ໄດ້ຮຽນສາຂາດົນຕີແລະວິຊາຊີບສິລະປະ,ຫຼັງຈາກໄດ້ເຂົ້າໂຮງຮຽນແລ້ວ, ສະມາຊິກຂອງຄະນະທັງໝົດແມ່ນໄດ້ເລີ່ມຮຽນເຄື່ອງດົນຕີຈາກຂັ້ນເລີ່ມຕົ້ນ.ການສອນຂອງວົງສະແດງໄດ້ປະສານກັບຈຸດພິເສດຂອງໂຮງຮຽນກະສິກໍາ,ສອນຕາມເອກະລັກຂອງພວກເຂົາ,ພັດທະນາຮູບແບບທີ່ເປັນລະບົບແລະມາດຕະຖານການກໍ່ສ້າງວົງດົນຕີ,ຈຶ່ງໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ,ຄົ້ນພົບເສັ້ນທາງໃຫມ່ສໍາລັບການກໍ່ສ້າງວົງດົນຕີທີ່ເຖິງວ່າບໍ່ໄດ້ຮຽນເປັນວິຊາາຊີບແລະບໍ່ມີພື້ນຖານທາງດົນຕີ,ໄດ້ກາຍເປັນການປະດິດສ້າງທີ່ສໍາຄັນໃນການກໍ່ສ້າງວົງດົນຕີຂອງມະຫາວິທະຍາໄລໃນທົ່ວປະເທດ.