ໃນເດຶອນມີນາ,ຄຸນນະພາບນໍ້າແລະແຫລ່ງນໍ້າຂອງນໍ້າດື່ມປະຈຳວັນແບບລວມຂອງຄຸນໝິງບັນລຸໄດ້ມາດຖານ100%

2018-04-27 16:45:36 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ກົມການປົກປັກຮັກສາສິ່ງແວດລ້ອມນະຄອນຄຸນໝິງໄດ້ຖະແຫຼງສະພາບການຄຸນນະພາບແລະແຫລ່ງນໍ້າຂອງນໍ້າດື່ມປະຈຳວັນແບບລວມຂອງເຂດຫຼັກນະຄອນຄຸນໝິງຂອງເດືອນມີນາປີ2018,ອັດຕາບັນລຸມາດຖານຂອງຄຸນນະພາບແລະແຫລ່ງນໍ້າຂອງນໍ້າດື່ມປະຈຳວັນແບບລວມຈຳນວນ7ແຫ່ງທັງຫມົດບັນລຸເຖິງ100%.

ໃນເດືອນມີນາ,ຄຸນໝິງໄດ້ກວດສອບແຫຼ່ງນໍ້າຂອງນໍ້າດື່ມປະຈຳວັນແບບລວມທັງ7ແຫ່ງ,ທັງເປັນແຫຼ່ງນໍ້າທີ່ເປັນນໍ້າພື້ນດິນປະເພດອ່າງເກັບນໍ້າໜອງ.ລາຍງານທີ່ໄດ້ກວດສອບນັ້ນແມ່ນປະກອບຄືດ່ັງນີ້:“ມາດຖານຄຸນນະພາບສິ່ງແວດລ້ອມຂອງນໍ້າພື້ນດິນ” (GB3838-2002)ແລະລາຍການພື້ນຖານຂອງຕາຕະລາງທີ່1(23ລາຍການ,ຍົກເວັ້ນລາຍງານຈຳນວນຂອງຄວາມຕ້ອງການອົກຊີເຈນທາງເຄມີສາດ),ລາຍການເພີ່ມເຕີມຂອງຕາຕະລາງທີ່2(5ລາຍການ)ແລະລາຍການສະເພາະທີ່ເລືອກບຸລິມະສິດຂອງຕາຕະລາງທີ່3(33ລາຍການ),ເຊິ່ງມີຈຳນວນທັງໝົດ61ລາຍການ.ຜົນການກວດສອບແຫຼ່ງນໍ້າຂອງນໍ້າດື່ມປະຈຳວັນແບບລວມທັງ7ແຫ່ງ(ອ່າງເກັບນໍ້າຂອງເຂື່ອນຊົ່ງຮວາ,ອ່າງເກັບນ້ຳຕ້າເຫີ,ອ່າງເກັບນໍ້າສາຍເຫີ,ອ່າງເກັບນໍ້າບ້ານຈື້ໄວ,ອ່າງເກັບນໍ້າແມ່ນໍ້າປາວຊ້ຽງ,ອ່າງເກັບນໍ້າຢຸນຫຼົງ,ທະເລຊິງສວຍ)ເຊິ່ງໄດ້ສະແດງວ່າຄຸນນະພາບນໍ້າທັງຫມົດໄດ້ບັນລຸເຖິງຫຼືດີກວ່າມາດຖານປະເພດⅢ,ອັດຕາການບັນລຸມາດຖານແມ່ນ100%.