ລົດໄຟຢຸນນານຕ້ອນຮັບຈຳນວນຜູ້ໂດຍສານໃນຊ່ວງທີ່ຄົນຫຼາຍທີ່ສຸດໃນວັນພັກນ້ອຍ“ວັນກຳມະກອນສາກົນ”, ເຊິ່ງມີພະນັກງານຫຼາຍຄົນຢຶດໝັ້ນປັກຫລັກປະຈໍາຕໍາແຫນ່ງວຽກງານຂອງຕົນ

2018-05-02 15:35:49 |ມາຈາກ: Yunnan Gateway

ໃນວັນທີ1ເດືອນພຶດສະພາ,ລົດໄຟຢຸນນານໄດ້ຕ້ອນຮັບຜູ້ໂດຍສານໃນຊ່ວງທີ່ຈຳນວນຄົນກັບຫຼາຍທີ່ສຸດໃນວັນພັກນ້ອຍ“ວັນກຳມະກອນສາກົນ”,ກຸ່ມບໍລິສັດລົດໄຟຈີນກົມຄຸນໝິງຈຳກັດ, ໄດ້ມີພະນັກງານໝື່ນກວ່າຄົນຢຶດໝັ້ນປັກຫລັກປະຈຳຕຳແໜ່ງວຽກງານຂອງຕົນ,ຈັດຕັ້ງການຂົນສົ່ງທີ່ມີລັກສະນະວິທະຍາສາດ,ໄດ້ອອກມາດຕະການບໍລິການທີ່ສະດວກຕໍ່ຜູ້ໂດຍສານຫຼາຍຢ່າງ, ໃນບັນດາສະຖານີລົດໄຟທີ່ເຕົ້າໂຮມຜູ້ໂດຍສານຈຳນວນຫຼາຍຄື:ສະຖານີລົດໄຟພາກໃຕ້ນະຄອນຄຸນໝິງ ຕ້າຫຼີ້ ລີ້ຈ່ຽງແລະພູເຈີໄຮເປັນຕົ້ນໄດ້ເປີດປ່ອງຢ້ຽມຂາຍປີ້ເອົາປີ້ລົດໄຟແລະຊ່ອງທາງກວດກາທັງໝົດທີ່ມີ,ເພື່ອຍົກສູງຄວາມສາມາດທາງການເຂົ້າແລະອອກສະຖານີຂອງຜູ້ໂດຍສານໃນເວລາກຳນົດ,ເຊິ່ງໄດ້ຄາດຄະເນວ່າສາມາດສົ່ງຜູ້ໂດຍສານຈຳນວນ22,5ໝື່ນກວ່າຄົນໃນມື້ດຽວ,ແລະໄດ້ເພີ່ມເຕີມກຸ່ມລົດໄຟຄວາມໄວສູງແລະແຖວລົດໄຟທົ່ວໄປຈຳນວນ12ແຖວ.