ຫໍເຜີຍແຜ່ຄວາມຮູ້ທາງວິທະຍາສາດແບບເຄື່ອນທີ່ຂັ້ນພື້ນຖານແຫ່ງທຳອິດຂອງແຂວງຢຸນນານໄດ້ເປີດໃຫ້ປະຊາຊົນເຂົ້າຮັບຊົມແບບບໍ່ເສຍຄ່າໃຊ້ຈ່າຍ

2018-05-03 17:41:40 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ພິທີລິ່ເລີ່ມຂອງ“ສູນຊົມໃຊ້ເຜີຍແຜ່ວິທະຍາສາດແບບຮ່ວມກັນຂອງຊຸມຊົນສີຄຳ”ໄດ້ຈັດຂຶ້ນທີ່ສວນວັດເປຢີເຂດເມືອງຜານຫຼົງຄະຄອນຄຸນໝິງ.ສູນຊົມໃຊ້ຮ່ວມກັນແຫ່ງນີ້ແມ່ນຖືກສ້າງໂດຍການຮ່ວມມືກັນຂອງຫໍເຕັກນິກວິທະຍາສາດແຂວງຢຸນນານ,ສະມາຄົມວິທະຍາສາດເຂດເມືອງຜານຫຼົງນະຄອນຄຸນໝິງແລະຖະໜົນຕົ່ງຮວາເຂດເມືອງຜານຫຼົງ,ເຊິ່ງເປັນຫໍເຜີຍແຜ່ຄວາມຮູ້ທາງວິທະຍາສາດແບບເຄື່ອນທີ່ຂັ້ນພື້ນຖານແຫ່ງທຳອິດຂອງແຂວງຢຸນນານ,ແລະໄດ້ເປີດໃຫ້ປະຊາຊົນເຂົ້າຮັບຊົມແບບບໍ່ເສຍຄ່າໃຊ້ຈ່າຍ.

ໂດຍໄດ້ຮັບຮູ້ວ່າ,ສູນຊົມໃຊ້ຮ່ວມກັນແຫ່ງນີ້ແມ່ນລົງທຶນໂດຍ ສະມາຄົມວິທະຍາສາດເຂດເມືອງຜານຫຼົງແລະໄດ້ລົງທຶນຈຳນວນແສນກວ່າຢວນ,ເຊິ່ງຫໍເຕັກນິກວິທະຍາສາດແຂວງຢຸນນານໄດ້ອຳນວຍແລະປ່ຽນເຄື່ອງອຸປະກອນວິທະຍາສາດຢ່າງເປັນປະຈຳ ,ແລະຮັບຜິດຊອບການຄຸ້ມຄອງບໍລິຫານໂດຍຊຸມຊົນ. ສະມາຄົມວິທະຍາສາດເຂດເມືອງຜານຫຼົງຍັງອີງອາໄສ“ສູນຊົມໃຊ້ເຜີຍແຜ່ວິທະຍາສາດແບບຮ່ວມກັນຂອງຊຸມຊົນສີຄຳ”ນຳຊັບພະຍາກອນເຂົ້າສູ່ຊຸມຊົນ,ເປີດໂຄງການກ່ຽວກັບຫ້ອງຮຽນສາທາລະນະປະໂຫຍດສຳລັບເຜີຍແຜ່ຄວາມຮູ້ທາງວິທະຍາສາດໃຫ້ແກ່ເດັກນ້ອຍໃນຊຸມຊົນ,ເຊິ່ງຈະອຳນວຍຫຼັກສູດວິທະຍາສາດໃຫ້ແກ່ເດັກນ້ອຍໃນຊຸມຊົນແບບບໍ່ມີຄ່າໃຊ້ຈ່າຍ, ໃນລະຫວ່າງວັນເຜີຍແຜ່ຄວາມຮູ້ທາງເຕັກນິກວິທະຍາສາດແລະວັນສຳຄັນອື່ນໆຍັງໄດ້ຈັດການແຂ່ງຂັນວິທະຍາສາດຂະໜາດນ້ອຍ ແລະກິດຈະກຳອື່ນໆອີກດ້ວຍ.

ຈາກນີ້ຕໍ່ໄປ,ຊຸມຊົນສີຄຳອາດຈະນຳໃຊ້ວິທີການຄຸ້ມຄອງຂອງສູນເຜີຍແຜ່ເຕັກນິກວິທະຍາສາດເພື່ອຈັດການສິດສອນໃນດ້ານການເຜີຍແຜ່ຕໍ່ຊາວໜຸ່ມ,ການຄັດຄ້ານສາສະໜາບໍ່ດີແລະດ້ານສຸຂະພາບເປັນຕົ້ນ;ຈະຈັດກິດຈະກຳໂຄສະນາກ່ຽວກັບການດັບເພີງ,ການຮັບມືກັບໄພພິບັດແລະອະນຸລັກສິ່ງແວດລ້ອມເປັນຕົ້ນ,ເຊິ່ງຈະເນັ້ນໜັກໃຫ້ກິດຈະກຳມີລັກສະນະວິທະຍາສາດແລະຄວາມມ່ວນຊື່ນເພື່ອໃຫ້ມີຄວາມດຶງດູດຕໍ່ຊາວເມືອງພາຍໃນຂອບເຂດຂອງຕົນໃຫ້ມາເຂົ້າຮ່ວມຫຼາຍທີ່ສຸດ,ເພື່ອຕອບສະຫນອງຄວາມຕ້ອງການຂອງຊາວເມືອງພາຍໃນຂອບເຂດຕໍ່ກັບຄວາມຮູ້ທາງເຕັກນິກວິທະຍາສາດ.