ການທ່ອງທ່ຽວຊົນນະບົດໄດ້ນຳພາຊີວິດການເປັນຢູ່ຂອງກຸ່ມບ້ານເຜົ່າຢີເຂົ້າສູ່ຄວາມຢູ່ດີມີສຸກ

2018-05-03 17:47:12 |ມາຈາກ: Yunnan Gateway

ບ້ານຈືຊີນະຄອນສູ້ສົງແຂວງຢຸນນານເຊິ່ງເປັນບ້ານເຜົ່າຢີຫ່າງກັບຕົວເມືອງນະຄອນສູ້ສົງ12ກິໂລແມັດ,ເຊິ່ງທົ່ວບ້ານລວມມີທັງຫມົດ 84ຄອບຄົວແລະຈຳນວນ365ຄົນ,ໃນນັ້ນພົນລະເມືອງຂອງເຜົ່າຢີກວມເຖິງ93%,ເປັນກຸ່ມບ້ານເຜົ່າຢີທີ່ຮັກສາວັດທະນະທຳມູນເຊື້ອໄດ້ຄ່ອນຂ້າງສົມບູນ.ບ້ານເຜົ່າຢີບ້ານຈືຊີ ເຄີຍໄດ້ຮັບນາມມະຍົດເປັນ“ບ້ານນິ້ເວດສີວິໄລໃນທົ່ວປະເທດ”“ບ້ານທີ່ມີເອກະລັກຊົນເຜົ່ານ້ອຍຂອງຈີນ”ແລະ“ບ້ານພັກຜ່ອນຢ່ອນໃຈແລະສວຍງາມຂອງຈີນ”ເປັນຕົ້ນ.

ຈາກປີ1994ມາເຖິງປັດຈຸບັນ,ເນື່ອງຈາກການກໍ່ສ້າງຊົນລະປະທານແລະຫົນທາງ,ບ້ານເຜົ່າຢີຈືຊີເຄີຍຜ່ານການຍ້າຍມາສອງເທື່ອ.ຜ່ານການພັດທະນາຫຼາຍປີ,ໃບໜ້າຂອງບ້ານເຜົ່າຢີຈືຊີໄດ້ມີການປ່ຽນແປງອັນຍິ່ງໃຫຍ່.ໂດຍຜ່ານການພັດທະນາການທ່ອງທ່ຽວຊົນນະບົດໄດ້ຊ່ວຍເຫຼືອຄອບຄົວທຸກຈົນຈຳນວນ84ຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.ໃນປີ2017,ລາຍຮັບສັງລວມທາງດ້ານການທ່ອງທ່ຽວຂອງບ້ານເຜົ່າຢີຈືຊີແມ່ນ8ລ້ານກວ່າຢວນ ໄດ້ບັນລຸລາຍຮັບສະເລ່ຍຕໍ່ໜຶ່ງຄອບຄົວ9,88ໝື່ນຢວນ,ເຊິ່ງໄດ້ກາຍເປັນບ້ານທ່ອງທ່ຽວ,ບ້ານຢູ່ດີມີສຸກທີ່ມີຊື່ສຽງ.

ນາງຫຼີ້ສຽວລານ ທີ່ເປັນຊາວບ້ານຂອງບ້ານເຜົ່າຢີຈືຊີໄດ້ບອກກັບນັກຂ່າວວ່າ,ຄອບຄົວຂອງຕົນຍັງລ້ຽງໄກ່ຢູ່ໃນພູ ແລະສາມາດສ້າງລາຍຮັບ5ຫາ6ໝື່ນຢວນໃນແຕ່ລະປີ,ບວກກັບການຄົມມະນາຄົມທີ່ສະດວກ,ລະດັບຊີວິດການເປັນຢູ່ຂອງຕົນໄດ້ຍົກສູງຂຶ້ນ,ຄອບຄົວກໍ່ບໍ່ທຸກຍາກແລ້ວແລະໄດ້ກາຍເປັນຄອບຄົວທີ່ພໍຢູ່ພໍກິນ.

ໂດຍໄດ້ຮັບຮູ້ວ່າ,ບ້ານເຜົ່າຢີຈືຊີໄດ້ຄົ້ນຄວ້າຮູບແບບບໍລິຫານພັດທະນາການທ່ອງທ່ຽວທີ່ວ່າ“ສາຂາ+ສະຫະພັນ+ຄອບຄົວຊາວບ້ານ”,“ສະມາຄົມການທ່ອງທ່ຽວ+ສາຂາ+ຄອບຄົວຊາວບ້ານ”ແລະ“ບໍລິສັດ+ສະຖານທີ່ພື້ນຖານ+ຄອບຄົວຊາວບ້ານ”,ນຳເຂົ້າກົນໄກຕະຫຼາດຢ່າງຕໍ່ເນື່ອງ,ນຳເຂົ້າການບໍລິຫານຂອງບໍລິສັດ,ເນັ້ນໜັ້ກນຳເຂົ້າໂຄງການການທ່ອງທ່ຽວໃນຂະແໜງການພັກຜ່ອນຍ່ອນໃຈ,ຂະແໜງການປູກຝັງທີ່ມີເອກະລັກພິເສດ,ຄອບຄົວແລະບໍລິສັດລ້ຽງສັດອາຊີບທີ່ມີລັກສະນະຄວາມສາມາດເຂັ້ມແຂງມີການພັດທະນາທີ່ດີໃນອະນາຄົດ.ມາເຖິງປັດຈຸບັນ,ການທ່ອງທ່ຽວຊົນນະບົດຂອງບ້ານເຜົ່າຢີຈືຊີໄດ້ພັດທະນາມີໃຫ້ຄອບຄົວຊາວບ້ານມີຄວາມຢູ່ດີມີສຸກຈຳນວນເຖິງ28ຄອບຄົວ,ມີໂຮງແຮມເຜົ່າຢີ8ແຫ່ງ,ຮ້ານຂາຍເຄື່ອງ4ແຫ່ງ,ຍັງໄດ້ນຳເຂົ້າວິສາຫະກິດຕ່າງໆເຊັ່ນ:ຕະຫລາດສະໜາມຫຍ້າ,ພູດອກໄມ້,ສວນກະສິກຳປ່າໄມ້ແລະວິສາຫະກິດອື່ນໆ,ພາໃຫ້ຊາວບ້ານສາມາດສ້າງລາຍໄດ້ຢູ່ຕໍ່ໜ້າບ້ານຂອງຕົນໄດ້.ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຊາວບ້ານກໍໄດ້ເພີ່ມຈາກ5240ຢວນໃນປີ2011 ມາເປັນ12673,5ຢວນໃນປີ2017,ເຊິ່ງໄດ້ບັນລຸການເພີ່ມລາຍໄດ້ຂຶ້ນເປັນສອງເທົ່າ;ລະດັບການຜະລິດຂອງຊາວບ້ານໃນ20ປີກ່ອນນັ້ນແມ່ນມີແຕ່ສາມາດສະໜອງການຢູ່ກິນໃຫ້ພຽງພໍໃນຂັ້ນພື້ນຖານ ແລະອີງໃສ່ຝົນຟ້າອາກາດ, ມາເຖິງຊູ່ມື້ນີ້ມີຊີວິດທີ່ມີຄວາມຮັ່ງມີແລະຄວາມຜາສຸກ.ຈາກເດືອນກຸມພາປີ2018ເປັນຕົ້ນມາ,ບ້ານເຜົ່າຢີຈືຊີຂອງນະຄອນສູ້ສົງເນັ້ນໜັກຕໍ່ຜະລິດ“ປະເພນີທີ່ມີສີສັນຂອງເຜົ່າຢີ ລົດຊາດທີ່ມີເອກະລັກຂອງເຜົ່າຢີແລະການຟ້ອນລຳທຳເພງທີ່ມີສີສັນຂອງເຜົ່າຢີ”,ເພື່ອກໍ່ສ້າງຍີ່ຫໍ້ການທ່ອງທ່ຽວຊົນນະບົດຂອງເຜົ່າຢີ.

ບ້ານເຜົ່າຢີຈືຊີທີ່ໃນປັດຈຸບັນ,ໄດ້ກາຍເປັນ“ບ້ານເຜົ່າຢີທຳອິດຂອງຈີນ”ທີ່“ຂະແໜງຜະລິດຕະພັນຮຸ່ງເຮື່ອງ ສິ່ງແວດລ້ອມເໝາະກັບການດຳລົງຊີວິດ ປະເພນີຂອງບ້ານສີວິໄລ ການປັບປຸງມີປະສິດທິພາບແລະຊີວິດຮັ່ງມີຜາສຸກ”.

ບ້ານເຜົ່າຢີຈືຊີອັນສວຍງາມ