ສາວຢຸນນານໄດ້ຮັບລາງວັນຊະນະເລີດທົ່ວໂລກໃນກິລາແຂ່ງຂັນຍ່າງ

2018-05-07 16:19:41 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ໃນການແຂ່ງຂັນຊີງຊະນະເລີດຄະນະການແຂ່ງຂັນຍ່າງຂອງສະຫະພັນຮ່ວມມືແລ່ນແລະລານສາກົນປະຈຳປີ2018(ການແຂ່ງຂັນຍ່າງຊິງເອົາຂັນລາງວັນໂລກ),ສູນຝຶກອົບຮົມການກິລາຂອງກົມສຳນັກພິມຂ່າວສານແລະກະຈາຍສຽງໂທລະພາບວັດທະນະທຳນະຄອນຫຼີນຊ່າງ ນາງຫວາງຢີງຫຼຽວ ພ້ອມດ້ວຍໝູ່ຄະນະໄດ້ຕາງໜ້າປະເທດຈີນເຂົ້າຮ່ວມລາຍການແຂ່ງຂັນຍ່າງປະເພດ20ກິໂລແມັດຂອງຜູ້ຍິງ ເຊິ່ງຍາດໄດ້ລາງວັນຫຼຽນຄຳ,ໄດ້ສ້າງສະຖິຕິໃໝ່ຄະແນນດີທີ່ສຸດໃນປະຫວັດສາດຂອງການກິລາແຂ່ງຂັນຂອງນະຄອນຫຼີນຊ່າງ.

ການແຂ່ງຂັນຍ່າງຊີງຊະນະເລີດຂອງສະຫະພັນຮ່ວມມືແລ່ນແລະລານສາກົນປະຈຳປີ2018ໄດ້ເປີດສາກໃນວັນທີ4ເດຶອນພຶດສະພາທີ່ເມືອງທ້າຍຊ່າງແຂວງຈ່ຽງຊູ,ເຊິ່ງເປັນງານແຂ່ງຂັນການຍ່າງລາຍການດຽວທີ່ມີລະດັບສູງສຸດທົ່ວໂລກ,ມີນັກກິລາຈຳນວນ379ຄົນທີ່ມາຈາກ46ປະເທດໄດ້ເຂົ້າຮ່ວມ,ປະເທດຈີນໄດ້ແຕ່ງຕັ້ງນັກກິລາເຂົ້າຮ່ວມທັງໝົດ26ຄົນ.

ນາງຫວາງຢີງຫຼຽວ,ເກີດຢູ່ໃນເດືອນມີນາປີ1992,ເປັນຄົນບ້ານມູ້ປູ້ຕາແສງປໍຊ້າງເຂດເມືອງຫຼີນສຽງນະຄອນຫຼີນຊ່າງ.ຖືກເລືອກໂດຍອາຈານ ຫຼີ້ເຈ່ຍໂຈ່ວ ຂອງໂຮງຮຽນມັດທະຍົມປໍຊ້າງເຂດເມືອງຫຼີນສຽງສົ່ງໄປຮຽນຝຶກຊ້ອມກິລາທີ່ໂຮງຮຽນມັດທະຍົມກິລານະຄອນຫຼີນຊ່າງ(ດຽວນີ້ເປັນສູນຝຶກອົບຮົມການກິລາຂອງກົມສຳນັກພິມຂ່າວສານແລະກະຈາຍສຽງໂທລະພາບວັດທະນະທຳນະຄອນຫຼີນຊ່າງ),ໃນເດືອນຕຸລາປີ2010ຖືກເລືອກເຂົ້າໃນຄະນະກິລາແລ່ນແລະລານແຂວງຢຸນນານ,ໃນເດືອນພະຈິກປີ2017ຖືກເລືອກເຂົ້າໃນຄະນະກິລາແຫ່ງຊາດ.