ງານວາງສະແດງອາຊີໃຕ້-ຈີນຄັ້ງທີ 5 ຈະຈັດຂຶ້ນໃນເດືອນໜ້າ

2018-05-08 15:10:03 |ມາຈາກ: Yunnan Gateway

ງານວາງສະແດງອາຊີໃຕ້-ຈີນຄັ້ງທີ 5 ແລະງານແລກປ່ຽນສິນຄ້າຂາເຂົ້າຂາອອກຄຸນໝິງປະເທດຈີນຄັ້ງທີ 25 ຈະຈັດຂຶ້ນໃນລະຫວ່າງວັນທີ14ຫາ20ເດືອນມິຖຸນາທີ່ນະຄອນຄຸນໝິງແຂວງຢຸນນານປະເທດຈີນ.

ງານວາງສະແດງອາຊີໃຕ້-ຈີນແມ່ນກະຊວງການຄ້າ ສປ ຈີນແລະອຳນາດການປົກຄອງປະຊາຊົນແຂວງຢຸນນານເປັນຝ່າຍເຈົ້າການຮ່ວມກັນ,ແລະເປັນງານວາງສະແດງສັງລວມທີ່ຈັດຂຶ້ນຮ່ວມກັນໂດຍການເຊື້ອເຊີນຂະແໜງບໍລິຫານການຄ້າຂອງປະເທດອາຊີຕ່າງໆ.ງານແລກປ່ຽນສິນຄ້າຂາເຂົ້າຂາອອກຄຸນໝິງເປັນງານແລກປ່ຽນສິນຄ້າຂາເຂົ້າຂາອອກທີ່ມີລັກສະນະພາກພື້ນແລະ ຈັດຂຶ້ນຮ່ວມກັນໂດຍກະຊວງການຄ້າ ສປ ຈີນ ກັບອຳນາດການປົກຄອງປະຊາຊົນຂອງແຂວງຢຸນນານ,ເເສສວນ,ສົງຊິ້ງ, ກຸ້ຍໂຈ່ວ,ກວາງຊີ,ທິເບດແລະນະຄອນເສີງຕູ່ເປັນຕົ້ນ,ໂດຍມີອົງການຫຼາຍແຫ່ງທີ່ມາຈາກພາຍໃນແລະພາຍນອກໄດ້ເຂົ້າຮ່ວມແລະຈັດຕັ້ງ.

ຄາດວ່າເນື້ອທີ່ສະໜາມງານວາງສະແດງອາຊີໃຕ້-ຈີນປີນີ້ຈະຮອດ190.000 ຕາແມັດ,ພ້ອມກັນນັ້ນຍັງຈະຈັດກິດຈະກຳປະເພດກອງປະຊຸມຈຳນວນສິບກວ່າຄັ້ງ,ປະເທດແລະພາກພື້ນທີ່ຈະເຂົ້າຮ່ວມງານສະແດງຄັ້ງນີ້ຄາດວ່າຈະເກີນກວ່າ80ປະເທດ.