ຂະແໜງການຜະລິດດອກກຸຫຼາບເພີ່ມທະວີລາຍຮັບຂອງຊາວກະສິກອນ

2018-05-09 17:31:48 |ມາຈາກ: Yunnan Gateway

ສວນປູກດອກກຸຫຼາບເຂດຜູເຈີໄຮຂອງເມືອງສິ່ວເປີຍ

ເມືອງສິ່ວເປີຍແຂວງຢຸນນານໄດ້ນຳເຂົ້າດອກກຸຫຼາບປຸງແຕ່ງທີ່ກິນໄດ້ໃນປີ2013,ມາເຖິງປັດຈຸບັນໄດ້ກໍ່ສ້າງພື້ນຖານທີ່ໃຊ້ສຳລັບປູກດອກກຸຫຼາບທີ່ກິນໄດ້2500ມຸ້, ຍັງໄດ້ສ້າງເປັນສວນທິວທັດກະສິກຳແບບຄົບວົງຈອນທີ່ເຂດຜູເຈີໄຮເຊິ່ງປະກອບດ້ວຍເຂດພັກຜ່ອນ,ບ່ອນທ່ອງທ່ຽວແລະບ່ອນຊິມອາຫານທີ່ເຮັດຈາກດອກໄມ້ສົດ, ຄຽງຄູ່ກັບການຂະຫຍາຍຂະແໜງການຜະລິດດອກໄມ້ທີ່ກິນໄດ້ນັ້ນ,ຍັງໄດ້ເພີ່ມທະວີລາຍຮັບຂອງຄອບຄົວກະສິກຳໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄປພ້ອມກັນ.ອີງຕາມສະຖິຕິແລ້ວ,ສວນທິວທັດກະສິກຳສາມາດແກ້ໄຂບັນຫາການປະກອບອາຊີບຂອງຊາວກະສິກຳທ້ອງຖິ່ນຈຳນວນ140ກວ່າຄົນຕະຫລອດປີ,ຈຳນວນການຈ່າຍເງິນເດືອນສະເລ່ຍຕໍ່ປີແມ່ນ2.52ລ້ານຢວນ.

ດອກກຸຫຼາບທີ່ກິນໄດ້ໃນສວນທິວທັດດອກກຸຫຼາບເຂດຜູເຈີໄຮ

ຊາວກະສິກອນກຳລັງເກັບດອກກຸຫຼາບໃນສວນທິວທັດ.

ຊາວກະສິກອນກຳລັງປຸງແຕ່ງດອກກຸຫຼາບຂັ້ນຕົ້ນໃນສວນທິວທັດ.