ຂະແໜງການຢາພື້ນເມືອງຈີນຂອງເມືອງໝີຕູ້ກາຍເປັນຈຸດການເພີ່ມທະວີຂອງເສດຖະກິດ

2018-05-11 15:34:20 |ມາຈາກ: Yunnan Gateway

ຫວ່າງມໍ່ໆນີ້,ດອກໂຄມ(Erigeron breviscapus)ຂອງຖະໜົນເວີນເຊີ້ງຕາແສງມີຈືເມືອງໝີຕູ້ໄດ້ຮັບການເກັບກ່ຽວອັນອຸດົມສົມບູນ,ລາຄາຂອງດອກໂຄມ(Erigeron breviscapus)ແມ່ນ29ຢວນ/ກິໂລກຣາມ,ຍອດມູນຄ່າຜົນຜະລິດຕະພັນສະເລ່ຍຕໍ່ມຸ້ບັນລຸເຖິງ15ພັນຢວນ.ຊຸມປີມານີ້,ເມືອງໝີຕີຈະພັດທະນາຂະແໜງການຢາພື້ນເມືອງຈີນເພື່ອຖືເປັນຈຸການເພີ່ມທະວີຂອງເສດຖະກິດພາຍໃນເມືອງອັນໃໝ່,ປັບປຸງເຕັກນິກແລະມາດຖານຂອງການປູກຝັງຢາພື້ນເມືອງຈີນໃຫ້ມີຄຸນນະພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ,ຈະໃຫ້ການສະໜັບສະໜູນຕໍ່ວິສາຫະກິດນຳໜ້າໃນຂະແໜງການຢາພື້ນເມືອງຈີນໃນດ້ານສິນເຊື່ອ ດ້ານນະໂຍບາຍແລະດ້ານເຕັກນິກໃຫ້ຫຼາຍກວ່າເກົ່າ.