ນະຄອນພູເອີແຂວງຢຸນນານພັດທະນາອຸດສະຫະກຳປຸງແຕ່ງກາເຟຢ່າງຈິງຈັງ

2018-05-14 16:09:49 |ມາຈາກ: Yunnan Gateway

ທີ່ສູນການຄ້າກາເຟສາກົນນະຄອນພູເອີ,ແຂວງຢຸນນານ,ຜູ້ກວດສອບຄຸນນະພາບກາເຟກຳລັງໃຫ້ຄະແນນຕົວຢ່າງກາເຟ.

ຊຸມປີມໍ່ໆນີ້,ນະຄອນພູເອີແຂວງຢຸນນານຖືເອົາແນວຄວາມຄິດອຸດສະຫະກຳປຸງແຕ່ງກາເຟດ້ວຍແບບແຜນກະສິກຳທັນສະໄໝ,ໄດ້ພັດທະນາອຸດສະຫະກຳປຸງແຕ່ງກາເຟໃຫ້ໃຫຍ່ ,ແຂງແຮງແລະປານີດຂຶ້ນດ້ວຍການສ້າງຂະແໜງການໃຫ້ມີເອກະລັກ,ເປັນຂະໜາດ,ເປັນອຸດສາຫະກຳແລະເປັນສາກົນ.ຕາມຄວາມເຂົ້າໃຈ,ແຂວງຢຸນນານໃນແຕ່ລະປີໄດ້ສົ່ງອອກກາເຟ100,000ເຖິງ 140,000 ໂຕນ,ໄດ້ກວມເອົາຍອດຜະລິດຕະພັນກາເຟທົ່ວປະເທດ95%ຂຶ້ນໄປ,ນະຄອນພູເອີເປັນໜຶ່ງໃນເຂດຜະລິດຫຼັກອັນສຳຄັນຂອງກາເຟຢຸນນານ.ໃນປີ2017,ພື້ນທີ່ປູກຝັງກາເຟຂອງນະຄອນພູເອີແມ່ນ78,9ໝື່ນມຸ້,ປະລິມານການຜະລິດເມັດກາເຟແມ່ນ5.86ຫມື່ນໂຕນ,ຍອດມູນຄ່າຜະລິດຕະພັນໄດ້ບັນລຸເຖິງ2,469ຕື້ ຢວນ,ຫຼາຍກວ່າ80%ຂອງການສົ່ງອອກກາເຟ.ອຸດສະຫະກຳປຸ່ງແຕ່ງກາເຟໄດ້ກາຍເປັນຂະແໜງການທີ່ມີສີສັນທີ່ສາມາດເພີ່ມທະວີຄວາມຮັ່ງມີຂອງຊາວກະສິກອນ ເພີ່ມທະວີປະສິດທິພາບຂອງວິສາຫະກິດ ເພີ່ມເຕີມລາຍຮັບການເງິນແລະປະດິດສ້າງລາຍຮັບເງິນຕາຕ່າງປະເທດຂາອອກຂອງນະຄອນພູເອີແລ້ວ.