ການຍົກຍ້າຍຖິ່ນຖານ ເພື່ອຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

2018-05-14 16:16:55 |ມາຈາກ: Yunnan Gateway

ບ້ານຈີນມ້ານ,ຕາແສງບູນຈໍ່,ເມືອງຫຼູສຸຍຂອງກິ່ງແຂວງປົກຄອງຕົນເອງເຜົ່າລີ້ຊູ້ນຸ້ຈ່ຽງ,ແຂວງຢຸນນານ,ເນື່ອງຈາກຕັ້ງຢູ່ເຂດພູສູງແລະ ເສັ້ນທາງຄົມມະນາຄົມບໍ່ສະດວກ,ລາຍຮັບຂອງຊາວບ້ານຂັ້ນຕໍ່າ ເຊິ່ງເປັນຕົວແບບບ້ານທຸກຍາກຂອງເມືອງຫຼູສຸຍ.ເປັນເວລາດົນນານມາແລ້ວ,ຊາວບ້ານຂອງບ້ານຈີນມ້ານໄດ້ແຈກຢາຍດຳລົງຊີວິດຢູ່ໃນເຮືອນຮ້ານ“ອາຄານພັນຕີນ”ເຊິ່ງເປັນເຮືອນທີ່ໃຊ້ລຳຕົ້ນໄມ້ເປັນເສົາ,ຮົ້ວຝາແລະຫຼັງຄາເຮັດດ້ວຍໄມ້,ສະພາບແວດລ້ອມການດຳລົງຊີວິດແມ່ນລຳບາກຍາກແຄ້ນຫຼາຍ.ເພື່ອຫັນປ່ຽນສະພາບຄວາມທຸກຍາກຂອງບ້ານຈີນມ້ານໃຫ້ປະກົດຜົນເປັນຈິງ ເມືອງຫຼູສຸຍໄດ້ລິ່ເລີ່ມຂະບວນການກໍ່ສ້າງສະຖານເພື່ອເຄື່ອນຍ້າຍຖິ່ນຖານຄອບຄົວທຸກຍາກໄປຍັງສະຖານທີ່ຕັ້ງຖິ່ນຖານໃໝ່ ທີ່ຕາແສງທ່ອງທ່ຽວປານີໃນເດືອນຕຸລາປີ2016,ຊາວບ້ານສ່ວນຫຼາຍໄດ້ຍ້າຍເຂົ້າຢູ່ອາຄານຫຼັງໃໝ່ແລະໄດ້ຮັບການດຳລົງຊີວິດໃໝ່ແລ້ວ.

ຊາວບ້ານຈີນມ້ານຜູ້ຍ້າຍອອກສູ່ການດຳລົງຊີວິດໃໝ່ກຳລັງຕາກເສື້ອຢູ່ລະບຽງບ້ານໃໝ່ທີ່ສະຖານທີ່ຕັ້ງຖິ່ນຖານໃໝ່

ຊາວບ້ານຂອງບ້ານຈີນມ້ານນັ່ງຢູ່ຂ້າງຄີໄຟທີ່ບ້ານເກົ່າຂອງຕົນ;

ຊາວບ້ານຂອງບ້ານຈີນມ້ານຢູ່ໃນບ້ານໃໝ່ທີ່ສະຖານທີ່ຕັ້ງຖິ່ນຖານໃໝ່

ເຮືອນຫຼັງເກົ່າຂອງຊາວບ້ານຈີນມ້ານ;

ເຮືອນຫຼັງໃໝ່ຂອງຊາວບ້ານຈີນມ້ານທີ່ສະຖານທີ່ຕັ້ງຖິ່ນຖານໃໝ່

ບ້ານຈີນມ້ານຂອງຕາແສງບູນຈໍ່ເມືອງຫຼູສຸຍ

ຕາແສງທ່ອງທ່ຽວປານີ,ສະຖານທີ່ຕັ້ງຖິ່ນຖານໃໝ່ເພື່ອຊ່ວຍເຫຼືອຂະບວນການຫຼຸດພົ້ນອອກຈາກຄວາມທຸກຍາກ