ຫຼັງຈາກສຳເລັດການກໍ່ສ້າງລົດໄຟເສີງຕູ່—ຄຸນໝິງແລ້ວ,ການເດີນທາງຈາກຄຸນໝິງໃຊ້ເວລາພຽງແຕ່7ຊົ່ວໂມງກໍ່ໄປເຖິງເສິງຕູ່

2018-05-15 17:19:51 |ມາຈາກ: Yunnan Gateway

ວັນທີ14ເດືອນພຶດສະພາ,ເວລາ9ໂມງ18ນາທີ,ພາຍຫຼັງກົມທີ່ໜຶ່ງຂອງບໍລິສັດລົດໄຟປະເທດຈີນໄດ້ຈັດວາງລາງລົດໄຟແຖວໜຶ່ງທີ່ມີຄວາມຍາວ25ແມັດແລະມີນໍ້າໜັ້ກ20ໂຕນໄວ້ຢູ່ເທິງກາງຂົວເບີ1ຕ້າປາວກ່ວນທີ່ຢູ່ຊາຍແດນຂອງແຂວງເສສວນແລະແຂວງຢຸນນານຢ່າງໝັ້ນຄົງແລ້ວ,ໝາຍເຖິງການປູຖານໂຄງລ່າງແຕ່ເມືອງຢົງເຢີນຫາເມືອງກວາງທົງທີ່ເປັນໜຶ່ງໃນຕອນຂອງວິສະວະກຳການປັບປຸງແລະຂະຫຍາຍລົດໄຟເສີງຕູ່ຫາຄຸນໝິງເຊິ່ງເປັນການປະກອບສ່ວນອັນສຳຄັນຂອງ“ແຜນການເສດຖະກິດສັງຄົມຫ້າປີຄັ້ງທີ່13ຂອງການພັດທະນາໃຫຍ່ພາກຕາເວັນຕົກ”ແລະຕາໜ່າງທາງລົດໄຟ“ເສັ້ນທາງລົດໄຟອອກສູ່ແຂວງ8ເສັ້ນແລະອອກສູ່ຊາຍແດນ5ເສັ້ນ”ຂອງແຂວງຢຸນນານໄດ້ສຳເລັດເຄິ່ງໜຶ່ງຂອງໜ້າວຽກງານຢ່າງສະດວກ,ເຊິ່ງໄດ້ສ້າງຕັ້ງພື້ນຖານທີ່ດີໃຫ້ແກ່ວຽກງານການກໍ່ສ້າງທົ່ວເສັ້ນຕາມພາຍຫຼັງ.

ຕອນເມືອງຢົງເຢີນຫາເມືອງກວາງທົງທີ່ເປັນໜຶ່ງໃນຕອນຂອງວິສະວະກຳການປັບປຸງແລະຂະຫຍາຍທາງລົດໄຟເສີງຕູ່ຫາຄຸນໝິງ,ເລີ່ມຈາກເມືອງຢົງເຢີນ,ກິ່ງແຂວງສູ້ສົງ,ແຂວງຢຸນນານ,ຮອດຕາແສງກວາງທົງເມືອງລູ້ເຟີງ,ກິ່ງແຂວງສູ້ສົງ,ມີຄວາມຍາວທັງໝົດແມ່ນ127,2ກິໂລແມັດ,ອັດຕາສ່ວນຂົວແລະອຸໂມງກວມເອົາເຖິງ85,5%.ທົ່ວເສັ້ນທາງລົດໄຟຕ້ອງການຈັດວາງຂື່Tຈຳນວນ807ຮູ1614ແຜ່ນ,ໄລຍະຄວາມຍາວຂອງການປູເສັ້ນທາງລົດໄຟແມ່ນ245,3ກິໂລແມັດ.ວິສະວະກຳການປູຖານໄດ້ເລີ່ມແຕ່ເດືອນມີນາຂອງປີແລ້ວນີ້,ປັດຈຸບັນໄດ້ສຳເລັດລຸລ່ວງແລ້ວເຄິ່ງໜຶ່ງຂອງໜ້າວຽກງານ,ທັງໝົດເສັ້ນທາງມີແຜນການຈະເປີດໃຫ້ການບໍລິການໃນປີ2019.

“ວິສະວະກຳການປູຖານທີ່ພວກເຮົາໄດ້ຮັບຜິດຊອບຫຼັງຈາກໄດ້ເປີດວຽກງານໃນວັນທີ16ເດືອນມີນາປີ2017ເປັນຕົ້ນມາ,ວຽກງານການປູຖານຂົວທົ່ວເສັ້ນໄດ້ສຳເລັດ61%;ເສັ້ນທາງຫລັກໄດ້ສຳເລັດການປູທາງລົດໄຟ123,4ກິໂລແມັດ,ເຊິ່ງໄດ້ສຳເລັດລຸລ່ວງແລ້ວເຄິ່ງໜຶ່ງຂອງໜ້າວຽກ;ໃນປັດຈຸບັນວຽກງານຕ່າງໆກຳລັງດຳເນີນລຸລ່ວງໄປຕາມແຜນການທີ່ວາງໄວ້”.ຜູ້ຮັບຜິດຊອບຂອງບໍລິສັດລົດໄຟປະເທດຈີນກົມທີ່ໜຶ່ງທີ່ກ່ຽວຂ້ອງໄດ້ເວົ້າວ່າ.

ວິສະວະກຳການປັບປຸງແລະຂະຫຍາຍທາງລົດໄຟເສີງຕູ່ຫາຄຸນໝິງ,ເຊິ່ງເປັນການປະກອບສ່ວນອັນສຳຄັນຂອງ“ແຜນການເສດຖະກິດສັງຄົມຫ້າປີຄັ້ງທີ່13ຂອງການພັດທະນາໃຫຍ່ພາກຕາເວັນຕົກ”ແລະຕາໜ່າງທາງລົດໄຟ“ເສັ້ນທາງລົດໄຟອອກສູ່ແຂວງ8ເສັ້ນແລະອອກສູ່ຊາຍແດນ5ເສັ້ນ”ຂອງແຂວງຢຸນນານ,ພາກເໜືອຕິດກັບນະຄອນເສີງຕູ່,ພາກໃຕ້ຕິດກັບນະຄອນຄຸນໝິງ,ເປັນລົດໄຟລະດັບⅠແຫ່ງຊາດ,ປະກອບໄຟຟ້າສອງເສັ້ນ.ພາຍຫຼັງທົ່ວເສັ້ນໄດ້ເປີດການບໍລິການແລ້ວ,ເວລາເດີນທາງຈາກຄຸນໝິງຫາເສີງຕູ່ຈະຫຼຸດລົງຈາກ20ຊົ່ວໂມງມາເປັນ7ຊົ່ວໂມງ,ຈະເກີດມີຄວາມໝາຍອັນສຳຄັນເຂົ້າໃນການຊຸກຍູ້ສົ່ງເສີມການແລກປ່ຽນແລະການເຊື່ອມໂຍງກັນລະຫວ່າງພາກຕາເວັນຕົກສຽງໃຕ້ກັບພາກຕາເວັນຕົກສຽງເໜືອຂອງປະເທດເຮົາ,ຈົນກ້າວໄປເຖິງການເຊື່ອມໂຍງເຂດພາກຕາເວັນຕົກປະເທດເຮົາແລະພາກພື້ນອາຊີໃຕ້,ອາຊີອາຄະເນໃຫ້ດີກວ່າເກົ່າ.