ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​

2018-05-17 16:04:29 |ມາຈາກ: CRI

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ວັນ​ທີ 16 ພຶດ​ສະ​ພາ​ນີ້,ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່ຽວ​ກັບ​ເຫດ​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ.

ໂທ​ລະ​ເລກ​ຂອງທ່ານ​ສີ​ຈິ້ນ​ຜິງ​​ລະ​ບຸ​ວ່າ: ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື່ນ​ຕົກ​ໃຈ​ທີ່​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ເມືອງ​ຊູ​ຣາ​ບາ​ຢາ​ແຂວງ​ຊາ​ວາ​ຕາ​ເວັນ​ອອກ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ເຫດຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ ແລະ​ໃນ​ນາມ​ສ່ວນ​ຕົວ ຂໍ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜູ້​ເສຍ​ຊີ​ວີດ​ທີ່​ບໍ່​ມີ​ຄວາມ​ຜິດ​​ຫຍັງ​ໃນ​ເຫດ​ການ ທັງ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຜູ້​ບາດ​ເຈັບ​ແລະ​ຄອບ​ຄົວ​ຜູ້​ເສຍ​ຊີ​ວິດ.

ລັດ​ທິ​ກໍ່​ການ​ຮ້າຍ​ເປັນ​ສັດ​ຕູ​ຮ່ວມ​ຂອງມວນ​ມະ​ນຸດ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ ແລະ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ເຊິ່ງ​ລວມ​ທັງ​ອິນ​ໂດ​ເນ​ເຊຍ​ເພື່ອ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ,ປົກ​ປັ​ກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ເຖຍ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.