ບໍ​ລິ​ສັດ​ການ​ບິ​ນ​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ​ເປີດ​ເສັ້ນ​ທາງ​ການ​ບິນກວາງ​ໂຈ່ວ-ພະ​ນົມ​ເປັນ​ໂດຍ​ກົງ

2018-05-17 16:07:11 |ມາຈາກ: CRI

ວັນ​ທີ 16 ພຶດ​ສະ​ພາ​ນີ້, ບໍ​ລິ​ສັດ​ການ​ບິນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ເປີດ​ເສັ້ນ​ທາງ​ການ​ບິນ​ເສັ້ນໃໝ່​​ແຕ່ນະ​ຄອນກວາງ​ໂຈ່ວ​ປະ​ເທດ​ຈີນ​​ຫາ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໂດຍ​ກົງ.

ເສັ້ນ​ທາງ​ການ​ບິນ​ດັ່ງ​ກ່າວ​ແມ່ນ​ເສັ້ນ​ທາງ​ການ​ບິນ​ສ​າ​ກົນ​ໃໝ່​ເສັ້ນ​ທີ 7 ຂອງ​ສະ​ໜາມ​ບິນ​ປາຍ​ຢຸນກວາງ​ໂຈ່ວ​ທີ່​ເປີດໃນ​ປີ​ນີ້ ແລະ​ໄດ້​ປະ​ຕິ​ບັດ​ການ​ບິນ​ຫຼາຍກວ່າ 7 ຖ້ຽວ​​ຕໍ່​ມື້.

​ບໍ​ລິ​ສັດ​ການ​ບິນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແມ່ນ​ວິ​ສາ​ຫະ​ກິດ​ການ​ບິນ​ທີ່​ຈີນ​ແລະ​ກຳ​ປູ​ເຈຍລົງ​ທຶນ​ຮ່ວມ​​ກັນ ໂດຍ​ສຸມ​ໃສ່​ສ້າງ​ເປັນ​ບໍ​ລິ​ສັດ​ການ​ບິນ​ມະ​ຫາ​ຊົນ​ເອ​ເລັກ​ໂຕ​ຣ​ນິກ​ແຫ່ງ​ໃໝ່,ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ເຊື່ອມ​ຈອດ​ກັນ​ແລະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ຂອງ 6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.