ງານ​ວາງສະ​ແດງ​ສິນຄ້າ​ ຈີນ-ອາ​ຊຽນ(ຢາງ​ກຸ້ງ) 2018 ຈັດ​ຂຶ້ນຢູ່​ມຽນມາ

2018-05-18 15:05:17 |ມາຈາກ: CRI

ງານ​ວາງສະ​ແດງ​ສິນຄ້າຈີນ-ອາ​ຊຽນ(ຢາງ​ກຸ້ງ)​ 2018 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ຢາງ​ກຸ້ງ ປະ​​ເທດ​ມຽນມາ​ໃນ​ວັນ​ທີ 17 ພຶດສະພາ​ນີ້ ໂດຍ​ກົມ​ພັດທະນາ​ການ​ຄ້າ​ຕ່າງປະ​ເທດ ກະຊວງ​ການ​ຄ້າ​ຈີນ, ສຳນັກງານ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ ​ແລະ ອົງການ​ກິດຈະການ​ການ​ຄ້າ​ມຽນມາ ພ້ອມ​ດ້ວຍບໍລິສັດ​ວາງສະ​ແດງ​ແຫ່ງ​ໜຶ່ງ​ຂອງ​ຈີນຮ່ວມ​ກັນ​ຈັດ​ຂຶ້ນ. ງານ​ວາງສະ​ແດງ​ດັ່ງກ່າວ​ກວມ​ເນື້ອ​ທີ່​ກວ້າງ​ເຖິງ 4.800 ຕາລາງ​ແມັດ, ມີ​ວິ​ສາ​ຫະກິດ​ຈີນ​ແລະ​ມຽນມາ 103 ​ແຫ່ງ​ເຂົ້າຮ່ວມ ​ແລະ​ຈະ​ດຳ​ເນີນ​ເປັນ​ເວລາ 3 ວັນ ຈົນ​ເຖິງ​ວັນ​ທີ 19 ພຶດສະພາ​ນີ້. ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດມຽນມາ, ​ຝ່າຍ​ຈີນ ​ໄດ້​ຈັດຕັ້ງວິ​ສາ​ຫະກິດ​ຈີນ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ວັດ​ສະ​ດຸ​ກໍ່ສ້າງ, ລົດ, ອຸປະກອນ​ກົນ​ຈັກ, ອາຫານ ​ແລະ​ອື່ນໆ​ເຂົ້າຮ່ວມ, ຂະນະ​ທີ່​ສິນຄ້າ​ຕົ້ນຕໍ​ວິ​ສາ​ຫະກິດ​ຂອງມຽນມານຳ​ມາ​ວາງສະ​ແດງ​ແມ່ນ ​ອາຫານ, ກາ​​ເຟ, ​​ຜະລິດ​ຕະພັນປາ, ຜະລິດ​ຕະພັນ​ກະສິກຳ, ​ເຄື່ອງ​ຫັດຖະກຳ ​ແລະ ຂະ​ແໜງ​ການ​ບໍລິການ​.

​ໃນ​ໄລຍະ​ງານ​ວາງສະ​ແດງ​ເທື່ອ​ນີ້, ​​ຍັງ​ຈະ​ມີ​ກິດຈະກຳ​ຕ່າງໆ ​ເຊັ່ນ ກອງ​ປະຊຸມ​ພົບ​ປະ​ຫາລື​ການ​ຄ້າ ​ແລະ ການ​ບັນຍາຍ​ສະພາບ​ແວດ​ລ້ອມ​ທຸລະ​ກິດມຽນມາ​ສີຄຳ ​ເພື່ອ​ສະ​ໜອງ​ການ​ບໍລິການ​ທີ່​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ສອງ​ຝ່າຍ​ລະຫວ່າງ​ວິ​ສາ​ຫະກິດ​ຈີນ-ມຽນມາ.