ໝາກບຼູແບຣີສຸກແລ້ວ ໄດ້ສ້າງຮອຍຍິ້ມໃຫ້ແກ່ຄອບຄົວຜູ້ທຸກຍາກ

2018-05-18 17:39:38 |ມາຈາກ: Yunnan Gateway

ໝາກແຊຣີທີ່ເປັນ “ໝາກໄມ້ທຳອິດໃນລະດູບານໃໝ່”ທີ່ຫາກໍ່ເຂົ້າສູ່ຕະຫຼາດ,ໝາກບຼູແບຣີເຊິ່ງເປັນໝາກໄມ້ອັນລໍ້າຄ່າທີ່ສຸດກໍໄດ້ເຂົ້າສູ່ທ້ອງຕະຫຼາດຕາມຫລັງກັນມາ.ຫວ່າງມໍ່ໆມານີ້,ທີ່ເຂດພື້ນຖານປູກຝັງໝາກບຼູແບຣີຂອງບ້ານກາຕໍ ຕາແສງຕ່ານຈາ ກິ່ງແຂວງປົກຄອງຕົນເອງເຜົ່າຫວ້າຊ່າງຢວນ ນະຄອນຫຼີນຊ່າງ ແຂວງຢຸນນານ,ໝາກບຼູແບຣີໄດ້ຫ້ອຍເຕັມຢູ່ເທິງງ່າຕົ້ນໝາກໄມ້,ເຂດປູກໝາກບຼູແບຣີທີ່ກວມເອົາພື້ນທີ່ 46 ມຸ້ໄດ້ກາຍເປັນບ່ອນທີ່ມີທິວທັດອັນສວຍງາມຂອງບ້ານ,ເຊິ່ງໄດ້ດຶງດູດນັກທ່ອງທ່ຽວມາທ່ຽວຈຳນວນຫລາຍ.

ໝາກບຼູແບຣີເປັນໝາກໄມ້ທີ່ມີຄຸນຄ່າທາດບຳລຸງຫຼາຍ,ຍັງເປັນໜຶ່ງໃນຫ້າໝາກໄມ້ທີ່ຖືກອົງການ ອາຫານໂລກສະເໜີໃຫ້ເປັນຫມາກໄມ້ທີ່ມີຜົນສ້າງຄວາມແຂງແຮງໃຫ້ແກ່ຮ່າງກາຍ,ແລະລາຄາກໍ່ໄດ້ສືບຕໍ່ສູງຂຶ້ນ,ຂະແໜງການໝາກບຼູແບຣີຂອງບ້ານກາຕໍກາຍເປັນ“ຊ່ອງທາງອັນໃໝ່”ຂອງການເພີ່ມມະວີລາຍຮັບຂອງຊາວກະສິກອນ,ເຊິ່ງໄດ້ເຮັດໃຫ້ຄອບຄົວຜູ້ທຸກຍາກທັງ 20 ຄອບຄົວຍິ້ມອອກ.

ຊຸມປີມານີ້,ເມືອງຊ່າງຢວນໄດ້ຖືເອົາການຊ່ວຍເຫຼືອຄວາມທຸກຍາກທາງຂະແໜງການເປັນສິ່ງສຳຄັນທີ່ສຸດໃນການຊ່ວຍເຫຼືອຄວາມທຸກຍາກ,ຄົ້ນຄວ້າອອກຮູບແບບ“ການກໍ່ສ້າງພັກ+ຂະແໜງການ”,ຊຸກຍູ້ສົ່ງເສີມທ່າແຮງທາງການກໍ່ສ້າງພັກຫັນເປັນທ່າແຮງການຊ່ວຍເຫຼືອຄວາມທຸກຍາກ,ກຳລັງອັນຊີວິດຊີວາຫັນເປັນກຳລັງຊຸກຍູ້ການຕໍ່ຕ້ານຄວາມທຸກຍາກ,ຍົກຄວາມສາມາດຂອງອົງການຈັດຕັ້ງພັກພື້ນຖານລະດັບຕ່າງໆໃນການນຳພາສົ່ງເສີມການພັດທະນາຂອງຂະແໜງການ,ຊຸກຍູ້ສົ່ງເສີມການຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນຮູບແບບ“ການກໍ່ສ້າງພັກ+ຂະແໜງການນິເວດ”.

ສ່ວນບ້ານກາຕໍໄດ້ນໍາໃຊ້ທ່າແຮງທາງຊັບພະຍາກອນນິເວດຢ່າງເຕັມທີ່ມາພັດທະນາຂະແໜງການໝາກບຼູແບຣີກໍເປັນການສະທ້ອນໃຫ້ເຫັນພາບຂອງການຍາດເອົາໂອກາດໃນພາຍໜ້າ,ເຂດພື້ນຖານການປູກຝັງດຽວນີ້ໄດ້ນຳເຂົ້າຊະນິດຂອງໝາກບຼູແບຣີເປັນຕົ້ນແມ່ນຊະນິດ Reveille,ຊະນິດLegacy ແລະຊະນິດອື່ນໆ,ໄດ້ບັນລຸການຄຸ້ມຄອງການປູກຝັງດ້ວຍຮູບແບບນໍ້າຢົດຊົນລະປະທານທີ່ເອົານໍ້າແລະປຸ໋ຍປະສົມເຂົ້າເປັນສາຍດຽວກັນທັງໝົດແລ້ວ.

“ຄຽງຄູ່ກັບລະດັບຊີວິດການເປັນຢູ່ທີ່ນັບມື້ນັບສູງຂຶ້ນ,ຄວາມຕ້ອງການຕໍ່ໝາກໄມ້ລະດັບສູງທີ່ມີຄຸນຄ່າບຳລຸງສູງຂອງຄົນເຮົາກໍໄດ້ຄ່ອຍໆເພີ່ມຂຶ້ນ,ເບິ່ງຕາມສະພາບການຈຳໜ່າຍຂອງປັດຈຸບັນແລ້ວ,ການສະໜອງຂອງໝາກບຼູແບຣີແມ່ນບໍ່ພໍກັບຄວາມຕ້ອງການຂອງຕະຫຼາດຕະຫຼອດມາ,ສະພາບຈຳໜ່າຍຂອງຕະຫຼາດໃນຕໍ່ຫນ້າແມ່ນດີຫລາຍ.”ເລຂານຸການຜູ້ທຳອິດຂອງບ້ານກາຕໍໄດ້ເວົ້າວ່າ,“ໃນປັດຈຸບັນ,ລາຄາຂອງໝາກບຼູແບຣີແຕ່ລະກິໂລໄດ້ສູງເຖິງ 80ຫາ100 ຢວນ,ອີງຕາມຈຳນວນຜະລິດຕະພັນໝາກບຼູແບຣີຂອງແຕ່ລະມຸ້ແມ່ນ 500 ຫາ 1000ກິໂລ,ຄາດໝາຍວ່າສາມາດບັນລຸລາຍຮັບໃນໝົດປີຢ່າງຕໍ່າໄດ້ເຖິງ 1840 ພັນຢວນ.”

ໂດຍໄດ້ຮັບຮູ້ວ່າ,ບ້ານກາຕໍກຳລັງຄົ້ນຫາຊ່ອງທາງຈຳໜ່າຍໝາກບຼູແບຣີໃໝ່ຢ່າງຫ້າວຫັນ,ໂດຍຮ່ວມມືກັບຮ້ານຄ້າຂະໜາດໃຫຍ່ພາຍໃນເມືອງ, ມີແຕ່ຕ້ອງເສຍເວລາໜຶ່ງຊົ່ວໂມງກໍສາມາດຈຳໜ່າຍໝາກບຼູແບຣີຢູ່ໃນຮ້ານຄ້າໃຫຍ່ແລ້ວ,ຫຼຸດຂັ້ນຕອນຂອງການຈຳໜ່າຍລົງ,ຫຼຸດຕົ້ນທຶນລົງ;ພ້ອນດຽວກັນນັ້ນ,ຍັງໄດ້ເຊື້ອເຊີນນັກທ່ອງທ່ຽວເຂົ້າຊົມສະຖານທີ່ປູກຝັງ,ໂດຍຮູບແບບ“ການທ່ຽວດ້ວຍການເກັບໝາກໄມ້”ແລະການທ່ອງທ່ຽວຊົນນະບົດຂອງເຜົ່າຫວ້າທີ່ມີສີສັນພິເສດ,ນຳເອົາຜົນຜະລິດຕະພັນໝາກບຼູແບຣີກັບການບໍລິການມາຈຳຫນ່າຍຮ່ວມກັນ;ຮ່ວມມືກັບວິສາຫະກິດພາຍນອກເມືອງ,ຮັບປະກັນໝາກບຼູແບຣີສາມາດຈຳໜ່າຍອອກສູ່ພາຍນອກໄດ້ຢ່າງທັນເວລາ.