ນະຄອນຄຸນໝິງປະດິດສ້າງຍີ່ຫໍ້ຜະລິດຕະພັນສີຂຽວ“ຜັກຂອງຄຸນໝິງ”

2018-05-18 17:43:35 |ມາຈາກ: Yunnan Gateway

ເພື່ອຮັບປະກັນວຽກງານການຜະລິດຜັກໃຫ້ດີ, ຍາດເອົາໂອກາດການສະໜອງຜົນຜະລິດຕະພັນຂອງ“ກະຕ່າຜັກ”,ນະຄອນຄຸນໝິງໄດ້ປະຕິບັດການກວດສອບລະບົບ“ກະຕ່າຜັກ”ເຊິ່ງຮັບຜິດຊອບໂດຍເຈົ້າເມືອງໃຫ້ເປັນປາກົດຜົນເປັນຈິງຢ່າງຮອບດ້ານ,ສ້າງຕັ້ງຍີ່ຫໍ້ສີຂຽວ“ຜັກຂອງຄຸນໝິງ”,ຊຸກຍູ້ສົ່ງເສີມການພັດທະນາຂອງການຜະລິດຜັກໃນວິສະວະກຳ“ກະຕ່າຜັກ”ຢ່າງຍືນຍົງແລະເປັນສີຂຽວ,ສະໜອງຄວາມຕ້ອງການການບໍລິໂພກທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ.

ອີງຕາມ“ຄຳຊີ້ນຳກ່ຽວກັບການຜະລິດຜະລິດຕະພັນຜັກວິສະວະກຳ“ກະຕ່າຜັກ”ຂອງນະຄອນຄຸນໝິງປະຈຳປີ 2018”ຂອງຫ້ອງການອໍານາດການປົກຄອງນະຄອນຄຸນໝິງທີ່ໄດ້ປະກາດແລະພິມອອກມາຫວ່າງມໍ່ໆມານີ້,ເນື້ອທີ່ການປູກຝັງຜັກທົ່ວນະຄອນແມ່ນ 1500 ພັນມຸ້,ຈຳນວນ ຜະລິດຕະພັນບັນລຸເຖິງ 3000 ພັນໂຕນ,ໄດ້ຊຸກຍຸ້ສົ່ງເສີມການຜະລິດທີ່ບໍ່ມີພິດຢ່າງເຂັ້ມແຂງ,ຊຸກຍູ້ພັດທະນາການກວດສອບທີ່ເປັນສີຂຽວແລະກະສິກຳອິນຊີ.ສົ່ງເສີມອັດຕາຂອງການຜະລິດຕາມມາດຖານທີ່ບໍ່ມີພິດ ເປັນສີຂຽວແລະກະສິກຳອິນຊີທີ່ກວມລວມເອົາເນື້ອທີ່ແລະຍອດຜະລິດຕະພັນທັງໝົດເຖິງ 80% ຂຶ້ນໄປ.

ຄຸນໝິງຈະພັດທະນາການປະຕິຮູບທາງການສະໜອງແລະຄວາມຕ້ອງການຂອງຂະແໜງການກະສິກຳ,ເພີ່ມທະວີເນື້ອທີ່ປູກຝັງຊະນິດຜັກໃບຂຽວ ຊະນິດໝາກເຂືອແລະຜັກອື່ນໆທີ່ເປັນຜັກທີ່ມີຄວາມຕ້ອງການພາຍໃນທ້ອງຖິ່ນ.ເພີ່ມທະວີການກໍ່ສ້າງລະບົບສົ່ງເສີມການປູກຜັກຕາມມາດຖານໃຫ້ເຂັ້ມແຂງກວ່າເກົ່າ,ເລັ່ງການກໍ່ສ້າງເຂດຕົວແບບການຜະລິດຜັກຢ່າງປອດໄພໃນທົ່ວເມືອງ,ອັດຕາກຳນົດຂອງການກວດສອບສານຕົກຄ້າງບໍ່ໃຫ້ຕ່ຳກວ່າ 96%.ໃນປີນີ້ສືບຕໍ່ຊຸກຍູ້ການກໍ່ສ້າງເຂດຕົວແບບການຜະລິດຕະພັນຜັກຢ່າງປອດໄພຂອງເມືອງສືຫຼີນ ເມືອງຢີຫຼຽງ ເມືອງຈີ້ນໜິງແລະເມືອງສູນຕ້ຽນຈຳນວນ 4 ເມືອງ,ເຊິ່ງໄດ້ນຳພາເຂດທັງ4 ເມືອງ ມີເຂດພື້ນຖານຜະລິດຜັກຈຳນວນ 20 ມຸ້.ພ້ອມດຽວກັນນັ້ນ,ເພີ່ມທະວີການຝຶກອົບຮົມເຕັກນິກຜະລິດ ຜັກຕາມມາດຖານໃຫ້ເຂັ້ມແຂງ,ໄດ້ສ້າງການຝຶກອົບຮົມພະນັກງານເຕັກນິກແລະຄອບຄົວການປູກຜັກທົ່ວເມືອງຈຳນວນ 60 ພັນຄົນ.

ສົ່ງເສີມຂະຫຍາຍການນໍາໃຊ້ຢາກຳຈັດສັດຕູພືດຊີວະພາບແລະປະເພດປະສິດທິພາບສູງແລະພິດຕ່ຳແລະສານຕົກຄ້າງຫນ້ອຍ,ສົ່ງເສີມເຕັກນິກປ້ອງກັນສັດຕູພືດແບບສີຂຽວເປັນມິດກັບສິ່ງແວດລ້ອມດ້ວຍການນຳໃຊ້: ຫລອດຂ້າແມງ ຢາລໍ້ ແຜ່ນຕິດແມງແລະຕາຫນ່າງກັນແມງ.ຂະຫຍາຍການນໍາໃຊ້ຝຸ່ນອົງຄະທາດ ຝຸ່ນທີ່ລະລາຍໃນນ້ຳແລະຝຸ່ນນໍ້າທີ່ໃຊ້ກັບຜັກສະເພາະເຂົ້າໃນເຂດພື້ນຖານຜະລິດຜັກທີ່ສຳເລັດການກໍ່ສ້າງແລ້ວນັ້ນເຖິງ 200 ພັນມຸ້ຂຶ້ນໄປ,ສົ່ງເສີມການບຳລຸງປູກຝັງຊີວະສາດຫຼາກຫຼາຍຊະນິດທີ່ມີພື້ນຖານເງື່ອນໄຂທີ່ດີ. ຊຸກຍູ້ການກໍ່ສ້າງລະບົບຊອກຫາແຫລ່ງກຳເນີດຄຸນນະພາບ,ເພີ່ມທະວີການຄຸ້ມຄອງຜົນຜະລິດຕະພັນຂອງ“ກະຕ່າຜັກ”ໃຫ້ເຂັ້ມແຂງ,ຄ່ອຍໆປະຕິບັດລະບົບ“ການຈຳໜ່າຍອອກຈາກສະຖານທີ່ການຜະລິດ” ຂອງພື້ນຖານປູກຝັງ,ປຸກລະດົມແລະສະໜັບສະໜູນເຂດພື້ນຖານປູກຜັກໃຫ້ເປັນເຂດຜັກອິນຊີ,ຮັບປະກັນຄວາມປອດໄພຄຸນນະພາບຂອງຜົນຜະລິດຕະພັນຜັກໃນເຂດການປູກຝັງ.

ພ້ອມດຽວກັນນັ້ນ,ເພີ່ມທະວີກົນໄກກວດກາລະບົບເຊິ່ງຮັບຜິດຊອບຂອງເຈົ້າເມືອງໃນ“ກະຕ່າຜັກ”ແລະກົນໄກການຮ່ວມມືເຄື່ອນໄຫວຂອງຂະແໜງການໃຫ້ເຂັ້ມແຂງ,ເພີ່ມທະວີກຳລັງການສະໜັບສະໜູນໃຫ້ແກ່ວິສາຫະກິດແຖວໜ້າໃນຂັ້ນຕອນການປຸງແຕ່ງ,ການເກັບຮັກສາໄວ້ສາງເຢັນ,ການຂົນສົ່ງ,ການຈຳໜ່າຍແລະຂັ້ນຕອນອື່ນໆໃນການຜະລິດຜັກຂອງ“ກະຕ່າຜັກ”,ສືບຕໍ່ປະຕິບັດນະໂຍບາຍ“ຊ່ອງທາງສີຂຽວ”ໃຫ້ແກ່ຜົນຜະລິດຕະພັນກະສິກຳ ແລະຂະຫຍາຍຂອບເຂດປະຕິບັດ.ເພີ່ມທະວີຈຳນວນການລົງທຶນທີ່ມາຈາກຫຼາຍຝ່າຍເຂົ້າໃນດ້ານເຂດຕົວແບບຜະລິດຕາມມາດຖານ,ການພັດທະນາເປັນຂະແໜງການ,ການສ້າງຕັ້ງຍີ່ຫໍ້,ການຄຸ້ມຄອງຄວາມປອດໄພຂອງຄຸນນະພາບ,ການຊອກຫາຕະຫຼາດແລະດ້ານອື່ນໆຂອງການຜະລິດຜັກຂອງ“ກະຕ່າຜັກ”,ປຸກລະດົມຂົນຂວາຍການສະໜັບສະໜູນຂອງອົງການການເງິນໃຫ້ແກ່ວິສາຫະກິດການຜະລິດ, ການຈໍລະຈອນແລະການປຸງແຕ່ງຜົນຜະລິດອັນສຳຄັນຂອງ “ກະຕ່າຜັກ”ແລະຈັດຈຳຫນ່າຍຜົນຜະລິດຕະພັນກະສິກຳອັນສຳຄັນອອກສູ່ຕະຫຼາດໃຫ້ໃຫຍ່ກວ່າເກົ່າ.