ຈີນຮຽ​ກຮ້ອງ​ໃຫ້​ແຫ່ງຕ່າງໆ​ເກັບ​ຊື້​ເຂົ້າ​ສາລີ ​ແລະ​ເຂົ້າ​ເປືອກ​ເປັນ​ຢ່າງ​ດີ

2018-05-21 17:14:10 |ມາຈາກ: CRI

ຄະນະ​ກຳມະການ​ພັດທະນາ ​ແລະ​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ, ອົງການ​ທັນ​ຍາ​ຫານ ​ແລະ​ຄັງ​ສຳຮອງ​ແຫ່ງ​ຊາດ​ຈີນ, ກະຊວງ​ກາ​ນ​ເງິນ​ຈີນ, ກະຊວງກະສິກຳ​ ​ແລະ​ວຽກ​ງານຊົນນະບົດຈີນ ​ແລະ​ອື່ນໆ​ ​ໄດ້​ປະກາດ​ແຈ້ງ​ການ​ຮ່ວມ ​ເພື່ອ​ຮຽກຮ້ອງ​ໃຫ້​​ແຫ່ງ​ຕ່າງໆ ​ແລະພາກສ່ວນ​ຕ່າງໆ​ທີ່​ກ່ຽວ​ກັບປະຕິບັດ​ແຜນງານ​ເກັບ​ຊື້​ເຂົ້າສາລີ ​ແລະ​ເຂົ້າ​ເປືອກ​ດ້ວຍ​ລາຄາ​ຂັ້ນຕ່ຳ​ສຸດ, ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາວກະສິກອນ ​ແລະ​ຮັບປະກັນ​​ໃຫ້​ຄົບ​ຕາມຈຳ​ນວນ​ຕົວ​ຈິງ, ມີ​ຄຸນ​ນະພາ​ບ​ດີຂອງ​ພືດ​ພັນ​ທັນ​ຍາຫານ​​ທີ່​​ເກັບ​ຊື້​ດ້ວຍ​ລາຄາຂັ້ນ​ຕ່ຳ​​ສຸດ ​ແລະ​ຮັບປະກັນ​ຄວາມ​ປອດ​​ໄພ​ໃນ​ການ​ເກັບ​ມ້ຽນ.