ງານ​ແລກ​ປ່ຽນ​ອາ​ຫານ​ແຊບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2018-05-21 17:18:08 |ມາຈາກ: CRI

ງານ​ແລກ​ປ່ຽນ​ອາ​ຫານ​ແຊບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຄັ້ງ​ທີ 2 ທີ່​ຈະ​ດຳ​ເນີນ​ໄປເປັນ​ເວ​ລາ 2 ມື້ນັ້ນ ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ແຫ່ງ​ຊາດນະ​ຄອນຫຼວງ​ປັກ​ກິ່ງໃນ​ວັນ​ທີ 21 ພຶດ​ສະ​ພານີ້.

ພໍ່​ຄົວ​ຍອດ​ຢ້ຽມ​​ຈາກ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເຊັ່ນ​ຈີນ, ສິງ​ກະ​ໂປ, ຫວ​ຽດ​ນາມ, ກຳ​ປູ​ເຈ​ຍ, ໄທ, ອິນ​ເດຍ, ເອ​ຢິບ, ໂກຼ​ອັດ​ຕີ, ອີ​ຕາ​ລີ, ຝ​ຣັ່ງ, ອັງ​ກິດ ແລະ​ອື່ນໆ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສີ​ມື​ແຕ່ງ​ອາ​ຫານ​ຄັ້ງ​ນີ້ ເພື່ອ​ຊີງ​ເອົາ​ລາງວັນ "ອີ່ຢິນ". ອີ່​ຢິນ ແມ່ນ​ບັນ​ພະ​ບຸ​ລຸດ​ພໍ່​ຄົວ​ຂອງ​ຈີນ.