ໃນ 40 ປີຂອງການປະຕິຮູບແລະເປີດປະຕູສູ່ໂລກພາຍນອກເປັນຕົ້ນມາ:ແຂວງຢຸນນານໄດ້ກາຍເປັນຂົວການຄ້າທີ່ເຊື່ອມໂຍງກັບໂລກ

2018-05-22 15:21:05 |ມາຈາກ: Yunnan Gateway

“ໃນເມື່ອກ່ອນ,ຄົນຕ່າງປະເທດຫຼາຍຄົນຍັງບໍ່ທັນຮູ້ຈັກແຂວງຢຸນນານ,ຈົນພວກເຮົາຕ້ອງເອົາແຜນທີ່ອອກມາແລະຊີ້ໃຫ້ເຂົາເຈົ້າເບິ່ງ,ເຂົາເຈົ້າຈິ່ງພໍຮັບຮູ້ຂໍ້ມູນໜ້ອຍໜຶ່ງກ່ຽວກັບແຂວງຢຸນນານ.”ຮອງຫົວໜ້າຂອງສໍານັກງານການຄ້າ(ວິສາຫະກິດ)ແຂວງຢຸນນານປະຈຳນະຄອນພະນົມເປັນ ທ່ານ ຢີ້ເຈ ເວົ້າວ່າ:ອັນນີ້ກໍເປັນປະສົບການຂອງພະນັກງານຂອງແຂວງຢຸນນານຫຼາຍຄົນທີ່ເຄີຍເຮັດວຽກຢູ່ຕ່າງປະເທດ.ຫຼັງຈາກການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ,ຄຽງຄູ່ກັບບາດກ້າວຂອງການເປີດປະຕູສູ່ໂລກພາຍນອກຂອງແຂວງຢຸນນານໄດ້ນັບມື້ນັບໄວຂຶ້ນ,ແລະການຂະຫຍາຍວຽກງານຂອງສຳນັກງານໄດ້ລົງເລິກ,ສະພາບການດັ່ງກ່າວກໍ່ໄດ້ມີການປ່ຽນແປງອັນໃໝ່.

ໃນວັນທີ 14 ເດືອນພຶດສະພາ,ສຳນັກງານການຄ້າແຂວງຢຸນນານປະຈຳປະເທດອາເມລິກາ(ນະຄອນນິວຢອກ)ໄດ້ມອບຮັບປ້າຍທີ່ນິວຢອກ.ມາເຖິງເວລານີ້,ແຂວງຢຸນນານໄດ້ສ້າງຕັ້ງສຳນັກງານການຄ້າປະຈຳຕ່າງປະເທດ ແລະພາກພື້ນຈຳນວນ 26 ແຫ່ງໂດຍແບ່ງເປັນ 6 ຊຸດແລະອີງໃສ່ວິສາຫະກິດອັນສຳຄັນ 10 ແຫ່ງ, ບັນລຸການສ້າງຕັ້ງໃນເຂດອາຊີໃຕ້ແລະເຂດອາຊີອາຄະເນທັງໝົດ 19 ປະເທດແລະພາກພື້ນ.

ໃນ 40 ປີຂອງການປະຕິຮູບແລະເປີດປະຕູສູ່ໂລກພາຍນອກເປັນຕົ້ນມາ,ສຳນັກງານການຄ້າປະຈຳຕ່າງປະເທດຂອງແຂວງຢຸນນານໄດ້ເລີ່ມຕົ້ນຈາກການບໍ່ມີຫຍັງມາຈົນເຖິງການພັດທະນາເຕີບໂຕທີ່ຍິ່ງໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ,ໂດຍສະເພາະແມ່ນຈາກກອງປະຊຸມໃຫຍ່ຂອງພັກກອມມູນິດຈີນເປັນຕົ້ນມາ,ແຂວງຢຸນນານໄດ້ເປັນເຈົ້າການໃນການຕອບຮັບແລະເຊື່ອມໂຍງເຂົ້າຍຸດທະສາດແຫ່ງຊາດ ,ໄດ້ຊຸກຍູ້ສົ່ງເສີມການກໍ່ສ້າງ“ໜຶ່ງແລວທາງ ໜຶ່ງເສັ້ນທາງ”ຢ່າງຫ້າວຫັນ,ສົ່ງເສີມການກໍ່ສ້າງສູນກາງກະຈາຍສູ່ເຂດອາຊີແລະເຂດອາຊີອາຄະເນ.ໃນປັດຈຸບັນ,ສຳນັກງານການຄ້າປະຈຳຕ່າງປະເທດຂອງແຂວງຢຸນນານຈຳນວນ 26 ແຫ່ງໄດ້ປະດິດສ້າງວິທີການໃໝ່ໃນການເຮັດວຽກ,ໄດ້ແບ່ງບົດບາດເປັນ4 ບົດບາດ“ຜູ້ເຜີຍແຜ່ ຜູ້ປະສານສົມທົບ ຜູ້ບໍລິການແລະຜູ້ຮັກສາສິດຜົນປະໂຫຍດ”,ເຊິ່ງໄດ້ກາຍເປັນຂົວແລະເສັ້ນທາງສື່ສານໃນການເຊື່ອມຕໍ່ແລະການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນລະຫວ່າງແຂວງຢຸນນານກັບປະເທດຫຼືພາກພື້ນທີ່ກ່ຽວຂ້ອງ.