ຈີນ​-​ອາ​ເມ​ລິ​ກາ​ບັນລຸ​ຂໍ້​ຕົກລົງ​ດ້ານ​ເສ​ດຖະກິດ​ກາ​ນຄ້າ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດສອງ​ຝ່າຍ

2018-05-22 15:28:22 |ມາຈາກ: CRI

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 21 ພຶດສະພາ​ນີ້​ວ່າ: ຈີນ​ແລະ​ອາ​ເມ​ລິ​ກາບັນລຸ​ຂໍ້​ຕົກລົງ​ດ້ານ​ເສດຖະກິດ​ການ​ຄ້າຫຼັງ​ໄດ້​ຫາ​ລື​ກັນ ​ເຊິ່ງ​ເປັນ​ຜົນ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ. ​ແນ່ນອນ​ແລ້ວ, ຈີນບໍ່​ຢາກ​ໃຫ້​ມີ​ການ​ປ່ຽນ​ແປງ​ຫຍັງ​ອີກ ​ແລະ​ກໍ​ມີ​ຄວາມ​ໝັ້ນ​ໃຈ​ ຂໍ​ພຽງ​ແຕ່​ເປັນ​ເລື່ອງ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ​ ລັດຖະບານ​ສອງ​ປະ​ເທດ​ກໍ​ມີ​ຄວາມ​ຮັບຜິດຊອບ​ທີ່​ຈະປະຕິບັດ​ການ​ໃຫ້​ດີ.

​ໃນ​ອາທິດ​ຜ່ານ​ມາ, ທ່ານຫຼິວ​ເຮີ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ, ຜູ້​ຊີ້​ນຳ​ໜ່ວຍ​ງານ​ຈີນ​ການ​ເຈລະຈາ​ເສດຖະກິດ​ຮອບດ້ານ​ຈີນ-ອາ​ເມ​ລິ​ກາ ​ແລະ​ເປັນທູດ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເດີນທາງ​ໄປ​ອາ​ເມ​ລິ​ກາ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ ​ແລະ​ໃນ​ທີ່​ສຸດ, ສອງ​ຝ່າຍ​ກໍ​ສາມາດ​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ ​ໂດຍ​ຈະ​ບໍ່​ເຮັດ​ສົງຄາມ​ການ​ຄ້າ ​ແລະ ຢຸດຕິການ​ຂຶ້ນອັດຕາ​ພາສີ​ຕື່ມ​ຕໍ່​ກັນ.

​ທ່ານ​ລູ້​ຄ່າງ ກ່າວຕື່ມ​ວ່າ: ​ແຕ່​ໃດ​ມາ, ຈີນກໍ​ບໍ່​ຢາກເຫັນ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ເຄັ່ງ​ຕຶງ​ຂຶ້ນ ບໍ່​ວ່າ​ໃນ​ຂົງ​ເຂດ​ໃດໆກໍ​ຕາມ ​ເຊິ່ງລວມທັງ​ດ້ານ​ເສດຖະກິດ​ການ​ຄ້າ ສອງ​ປະ​ເທດ​​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່ ຖ້າວ່າ​ສາມາດ​ຮັກສາ​ສາຍ​ພົວພັນ​ສອງ​ຝ່າຍ​​ໃຫ້ດີ, ມີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ທີ່​ດີ​ໃນ​ຂົງ​ເຂດ​ຕ່າງໆ ກໍ​ຈະ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ​ແລະ​ປະຊາຊົນ​ສອງ​ຊາດ​ຢ່າງ​ແນ່ນອນ ​ແລະ​ເວົ້າສຳລັບ​ທົ່ວ​ໂລກ​ແລ້ວ ກໍ​​ເປັນ​ຂ່າວ​ດີ​ເຊັ່ນ​ດຽວ​ກັນ.

ຂະນະ​ດຽວ​ກັນ, ທ່ານ​ລູ້​ຄ່າງ ກໍ​ຊີ້​ໃຫ້​ເຫັນ​ວ່າ: ​ເມື່ອ​​ເບິ່ງ​ຈາກ​ແງ່​ມູມທີ່​ຍາວ​ໄກ​ແລ້ວ​ເຫັນ​ວ່າ ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາມີ​ການ​ພັດທະນາ​ຕະຫຼອດ 40 ປີຜ່ານມາ ລວມທັງ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ ​ໄດ້​​ເກີດ​ສະພາບ​ຄວາມ​ສັບສົນ​ຂຶ້ນ​ເລື້ອຍໆ ​ແຕ່​ຄຽງ​ຄູ່​ກັບ​ສອງ​ຝ່າຍ​ທີ່​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ນີ້​​ໄປມາຫາສູ່​ແລະແລ​ກປ່ຽນ​ກັນ​ນັບ​ມື້​ນັບຫຼາຍຂຶ້ນ, ພວກ​ຂ້າພະ​ເຈົ້າກໍ​ບໍ່​ສາມາດ​ຮັບປະກັນ​ໄດ້​ວ່າ ​ໃນ​ຕໍ່ໜ້າ​ສອງ​ປະ​ເທດຈະ​ບໍ່​ມີຄວາມ​ຂັດ​ແຍ້​ງກັນ​ ​ແລະ ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ອີກ, ​ຂໍ​ພຽງ​ແຕ່​ສອງ​ປະ​ເທດ​ກໍ​ຮັບຮູ້​​ວ່າ ການ​ພັດທະນາ​ການພົວພັນ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​​ໄດ້ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ ກໍ​ຈະ​ສາມາດ​ຄຸ້ມ​ຄອງ ​ແລະ​ຄວບ​ຄຸມ​ຄວາມ​ເຫັນ​ທີ່ຂັດ​ແຍ້​ງ​ກັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ດີກ​ວ່າ​ເກົ່າ ​ແລະ​ບໍ່​ໃຫ້​ເກີດ​ສະພາບດັ່ງກ່າວ​ກັບ​ຄືນ​ມາ​ອີກ.